\v 23 ແລ້ວດາວິດກ່າວວ່າ, "ພີ່ນ້ອງຂອງຂ້ານ້ອຍເອີຍ, ພວກທ່ານຢ່າໄດ້ເຮັດຢ່າງນັ້ນກັບສິ່ງຊຶ່ງພຣະຢາເວໄດ້ມອບແກ່ພວກເຮົາເລີຍ. ພຣະອົງຜູ້ໄດ້ຊົງພິທັກຮັກສາພວກເຮົາໄວ້ແລະໄດ້ມອບພວກປຸ້ນຊຶ່ງມາຕໍ່ສູ້ພວກເຮົາໄວ້ໃນມືຂອງພວກເຮົາ. \v 24 ໃຜແດ່ທີ່ຈະຟັງພວກທ່ານໃນເລື່ອງນີ້? ເພາະຄົນທີ່ລົງໄປໃນສົງຄາມໄດ້ຮັບສ່ວນແບ່ງຂອງພວກເຂົາຢ່າງໃດ, ຄົນທີ່ຢູ່ຮັກສາການ ກໍຈະໄດ້ຮັບສ່ວນແບ່ງແລະໄດ້ຮັບເຫມືອນກັນ." \v 25 ຕັ້ງແຕ່ນັ້ນເປັນຕົ້ນໄປຈົນເຖິງທຸກວັນນີ້, ສິ່ງທີ່ດາວິດໄດ້ຕັ້ງຂໍ້ນີ້ໃຫ້ເປັນກົດ ແລະຫລັກປະຕິບັດສຳລັບຄົນອິດສະຣາເອນ.