\v 18 ເພາະທ່ານບໍ່ໄດ້ເຊື່ອຟັງສຽງຂອງພຣະຢາເວ ແລະບໍ່ໄດ້ເຮັດຕາມຄວາມໂກດຮ້າຍຂອງພຣະອົງທີ່ມີຕໍ່ອາມາເຫລັກ, ພຣະອົງຈຶ່ງໄດ້ຊົງກະທຳສິ່ງນີ້ແກ່ທ່ານໃນວັນນີ້. \v 19 ຍິ່ງໄປກວ່ານັ້ນອີກ, ພຣະຢາເວຈະມອບອິດສະຣາເອນພ້ອມທັງໂຕຂອງທ່ານໄວ້ໃນມືຂອງຄົນຟີລິດສະຕິນ. ມື້ອຶ່ນໂຕຂອງທ່ານແລະພ້ອມກັບລູກຊາຍທັງຫລາຍຂອງທ່ານຈະຢູ່ກັບເຮົາ. ພຣະຢາເວຈະມອບກອງທັບອິດສະຣາເອນໄວ້ໃນມືຂອງຄົນຟີລິດສະຕິນ."