\v 2 ດາວິດໄດ້ລຸກຂຶ້ນແລະໄດ້ຂ້າມໄປ, ລາວແລະພວກພັກທີ່ຢູ່ກັບລາວທັງຫົກຮ້ອຍຄົນ, ໄດ້ໄປຫາອາກີເຊລູກຊາຍຂອງມາໂອດ, ກະສັດແຫ່ງເມືອງກາດ. \v 3 ດາວິດກໍໄດ້ອາໄສຢູ່ກັບອາກີເຊທີ່ເມືອງກາດ, ທັງລາວແລະຄົນຂອງລາວ, ແລະຄອບຄົວຂອງແຕ່ລະຄົນ, ແລະດາວິດພ້ອມກັບພັນລະຍາສອງຄົນຂອງລາວ, ຄືອາຫິໂນອາມຄົນຢິດສະຣາເອນ, ແລະອາບີກາເອນຄົນກາເມນ, ພັນລະຍາຂອງນາບານ. \v 4 ມີຄົນໄດ້ໄປບອກໂຊນວ່າ ດາວິດໄດ້ຫນີໄປທີ່ເມືອງກາດແລ້ວ, ດັ່ງນັ້ນພະອົງກໍບໍ່ໄດ້ຊອກຫາລາວອີກຕໍ່ໄປ.