\v 22 ດາວິດໄດ້ຕອບແລະກ່າວວ່າ, "ຂ້າແດ່ກະສັດ! ເບິ່ງແມ໋, ຫອກຂອງພະອົງກໍຢູ່ທີ່ນີ້, ຂໍຊົງໃຫ້ຄົນຫນຸ່ມຄົນຫນຶ່ງຂ້າມມາຮັບໄປ ແລະ ນຳໄປຄືນໃຫ້ພະອົງສາ. \v 23 ພຣະຢາເວໄດ້ຕອບແທນແກ່ທຸກຄົນຕາມຄວາມຊອບທຳ ແລະ ຄວາມສັດຊື່ຂອງເຂົາ; ເພາະໃນວັນນີ້ ພຣະຢາເວໄດ້ມອບພະອົງໄວ້ໃນມືຂອງຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ປາຖະຫນາຈະຢຽດມືອອກຕໍ່ສູ້ຜູ້ທີ່ພຣະຢາເວຊົງເຈີມໄວ້.