\v 9 ດາວິດບອກອາບີໄຊວ່າ, "ຂໍຢ່າທຳລາຍພະອົງເລີຍ; ເພາະໃຜຈະຢຽດມືອອກຕໍ່ສູ້ ຜູ້ຊຶ່ງພຣະຢາເວຊົງເຈີມໄວ້ ແລະ ຈະບໍ່ມີຄວາມຜິດຫລື?" \v 10 ດາວິດໄດ້ເວົ້າວ່າ, "ພຣະຢາເວຊົງພຣະຊົນຢູ່ແນ່ສັນໃດ, ພຣະຢາເວຈະຂ້າພະອົງເອງ, ຫລືຈະເຖິງວັນກຳຫນົດທີ່ພະອົງຕາຍ, ຫລືພະອົງຈະຕໍ່ສູ້ໃນສົງຄາມແລະຖຶກຂ້າ.