\v 30 ພຣະຢາເວ ຈະຊົງເຮັດທຸກຢ່າງໃຫ້ສຳເລັດແກ່ເຈົ້ານາຍຂອງຂ້ານ້ອຍຕາມທີ່ພຣະອົງຊົງສັນຍາໄວ້ກັບທ່ານ, ແລະໄດ້ຊົງແຕ່ງຕັ້ງທ່ານເປັນຜູ້ນຳເຫນືອອິສະຣາເອນ. \v 31 ສິ່ງນີ້ຈະບໍ່ເປັນພາຣະໃຫ້ສະດຸດສຳລັບເຈົ້ານາຍຂອງຂ້ານ້ອຍ—ທີ່ທ່ານຈະເຮັດໃຫ້ເລືອດບໍຣິສຸດໄດ້ຫລັ່ງອອກມາ, ຫລືເພາະເຈົ້ານາຍຂອງຂ້ານ້ອຍໄດ້ພະຍາຍາມຊ່ວຍເຫລືອຕົນເອງໃຫ້ພົ້ນ. ເພາະວ່າ ເມື່ອພຣະຢາເວຊົງເຮັດສິ່ງດີແກ່ເຈົ້ານາຍຂອງຂ້ານ້ອຍແລ້ວ, ກໍຂໍຣະນຶກເຖິງຂ້າໃຊ້ຂອງທ່ານດ້ວຍ."