\v 8 ຫລັງຈາກນັ້ນ, ດາວິດໄດ້ລຸກຂຶ້ນດ້ວຍ, ໄດ້ອອກໄປຈາກຖໍ້າ, ແລະຮ້ອງຫາໂຊນວ່າ:"ຂ້າແດ່ກະສັດ ເຈົ້ານາຍຂອງຂ້ານ້ອຍ." ເມື່ອໂຊນໄດ້ຫລຽວເບິ່ງດ້ານຫລັງ, ດາວິດກໍໄດ້ໂນ້ມໂຕກົ້ມລົງເຖິງດິນ ແລະ ໄດ້ສະແດງຄວາມເຄົາຣົບຕໍ່ໂຊນ. \v 9 ດາວິດໄດ້ເວົ້າກັບໂຊນວ່າ, "ເປັນຫຍັງພະອົງຟັງຖ້ອຍຄຳຂອງຄົນທີ່ກ່າວວ່າ, 'ເບິ່ງແມ໋, ດາວິດສະແຫວງຫາທາງທີ່ຈະທຳຮ້າຍພະອົງ?'