\c 24 \v 1 ເມື່ອໂຊນໄດ້ກັບຈາກການໄລ່ລ່າຄົນຟີລິສະຕິນແລ້ວ, ໄດ້ມີຄົນມາບອກລາວວ່າ, "ດາວິດຢູ່ໃນຖິ່ນແຫ້ງແລ້ງກັນດານເອນເກດີ." \v 2 ແລ້ວໂຊນກໍໄດ້ນຳກຳລັງສາມພັນຄົນທີ່ຄັດເລືອກຈາກຄົນອິສະຣາເອນທັງປວງ ແລະໄດ້ໄປຄົ້ນຫາດາວິດກັບພັກພວກຂອງລາວທີ່ເຫລົ່າຫີນລຽງຜາ.