\v 21 ໂຊນໄດ້ກ່າວວ່າ, "ຂໍພຣະຢາເວຊົງອວຍພອນແກ່ພວກທ່ານ. ເພາະພວກທ່ານໄດ້ມີຄວາມຮັກຕໍ່ເຮົາ. \v 22 ຈົ່ງໄປ, ເບິ່ງໃຫ້ແນ່ໃຈຍິ່ງຂຶ້ນ. ໃຫ້ຮູ້ ແລະ ຫາເບິ່ງວ່າ ສະຖານທີ່ທີ່ລາວລີ້ນັ້ນຢູ່ທີ່ໃດ ແລະໃຜໄດ້ເຫັນລາວທີ່ນັ້ນແດ່. ມີຄົນໄດ້ບອກເຮົາວ່າ ລາວເປັນຄົນເຈົ້າເລ່ແທ້ໆ. \v 23 ດັ່ງນັ້ນ ຈົ່ງເບິ່ງ, ແລະໃຫ້ຮູ້ທີ່ຊຸ່ມທັງຫມົດທີ່ລາວໄດ້ລີ້ຢູ່. ຈົ່ງກັບມາຫາເຮົາດ້ວຍຂ່າວສານທີ່ແນ່ນອນ, ແລ້ວເຮົາຈະໄປກັບພວກເຈົ້າ. ຖ້າລາວຢູ່ໃນເຂດແດນນັ້ນ, ເຮົາຈະຄົ້ນຫາລາວໃນທ່າມກາງພັນຄົນຂອງຕະກຸນຢູດາ."