\v 19 ຊາວຊິບໄດ້ຂຶ້ນໄປຫາໂຊນທີ່ກີເບອາ ແລະກ່າວວ່າ, "ດາວິດໄດ້ຫລົບລີ້ຢູ່ທ່າມກາງພວກຂ້ານ້ອຍ ໃນທີ່ກຳບັງເຂັ້ມແຂງທີ່ໂຮເຣັດ, ເທິງເນີນພູເຂົາຮາຄີລາ, ຊຶ່ງຢູ່ໃຕ້ເຢຊີໂມນບໍ່ແມ່ນຫລື? \v 20 ບັດນີ້ ຂໍໂຜດລົງມາເຖີດ, ຂ້າແດ່ກະສັດ! ສຸດແລ້ວແຕ່ພະອົງຈະຊົງປະສົງ, ຂໍລົງມາເຖີດ! ສ່ວນພວກຂ້ານ້ອຍຈະມອບລາວໄວ້ໃນມືຂອງກະສັດ."