\v 23 ໂຊນຈຶ່ງໄດ້ໄປນາໂຢດໃນຣາມາ. ແລ້ວພຣະວິນຍານຂອງພຣະເຈົ້າໄດມາເຫນືອພະອົງ, ແລະຂະນະທີ່ພະອົງໄດ້ໄປຊົງປະກາດພຣະທັມຈົນພະອົງສະເດັດມາເຖິງນາໂຢດທີ່ຣາມາ. \v 24 ພະອົງໄດ້ແກ້ເຄື່ອງນຸ່ງຂອງພະອົງອອກ ແລະໄດ້ປະກາດພຣະທັມດ້ວຍ ຕໍ່ຫນ້າຊາມູເອນ. ພະອົງໄດ້ເປືອຍກາຍຢູ່ຕະຫລອດມື້ ແລະຕະຫລອດຄືນ. ນີ້ຄືເຫດຜົນທີ່ວ່າຍ້ອນຫຍັງ ພວກເຂົາຈຶ່ງໄດ້ຖາມວ່າ, "ໂຊນຢູ່ທ່າມກາງພວກຜູ້ປະກາດພຣະທັມດ້ວຍຫລື?"