\v 25 ແລ້ວໂຊນຈຶ່ງໄດ້ສັ່ງວ່າ,"ພວກເຈົ້າຈົ່ງເວົ້າດັ່ງນີ້ແກ່ດາວິດ, 'ກະສັດບໍ່ປຣາຖນາສິນສອດໃດໆ, ນອກຈາກຫນັງປາຍຫຸ້ມອະໄວຍະວະເພດຂອງຊາຍຊາວຟີລິສະຕິນຫນຶ່ງຮ້ອຍອັນເທົ່ານັ້ນ, ເພື່ອຈະໄດ້ແກ້ແຄ້ນພວກສັດຕຣູຂອງກະສັດ.'" ບັດນີ້ໂຊນຄິດວ່າ ຈະໃຫ້ດາວິດລົ້ມລົງດ້ວຍມືຂອງພວກຟີລິສະຕິນ. \v 26 ເມື່ອພວກຜູ້ຮັບໃຊ້ໄດ້ບອກຖ້ອຍຄຳເຫລົ່ານັ້ນໃຫ້ດາວິດ, ເລື່ອງນີ້ກໍເປັນທີ່ພໍໃຈດາວິດທີ່ຈະເປັນລູກເຂີຍຂອງກະສັດ."