\v 50 ດາວິດກໍໄດ້ຊະນະຄົນຟີລິສະຕິນດ້ວຍກະຖຸນ ແລະ ກ້ອນຫິນຫນຶ່ງກ້ອນ. ດາວິດໄດ້ຕີຄົນຟີລິສະຕິນແລະຂ້າລາວເສຍ. ບໍ່ມີດາບຢູ່ໃນມືຂອງດາວິດ. \v 51 ແລ້ວດາວິດຈຶ່ງໄດ້ແລ່ນໄປ ແລະຢືນຢູ່ເຫນືອຄົນຟີລິສະຕິນ, ແລະໄດ້ຈັບດາບຂອງລາວຊັກອອກມາຈາກຝັກ, ຂ້າລາວ, ແລະໄດ້ຕັດຫົວຂອງລາວອອກເສຍດ້ວຍດາບ. ເມື່ອພວກຟີລິສະຕິນໄດ້ເຫັນວ່າ ຊາຍທີ່ແຂງແຮງຂອງພວກເຂົາໄດ້ຕາຍແລ້ວ, ພວກເຂົາກໍໄດ້ຫນີໄປ.