\v 46 ໃນວັນນີ້ ພຣະຢາເວຈະມອບຊັຍຊະນະເຫນືອເຈົ້າໃຫ້ຂ້ານ້ອຍ, ແລະຂ້ານ້ອຍຈະຂ້າເຈົ້າ ແລະຕັດຫົວຂອງເຈົ້າຈາກລຳຕົວຂອງເຈົ້າ. ໃນວັນນີ້ ຂ້ານ້ອຍຈະເອົາສົບຂອງກອງທັບຟີລິສະຕິນ ໃຫ້ແກ່ນົກໃນອາກາດ ແລະ ແກ່ສັດປ່າທັງຫລາຍແຫ່ງແຜ່ນດິນໂລກ, ເພື່ອທັງໂລກຈະຮູ້ວ່າ ມີພຣະເຈົ້າອົງຫນຶ່ງໃນອິສະຣາເອນ. \v 47 ແລະຊຸມນຸມຊົນທັງສິ້ນຈະຮູ້ວ່າ ພຣະຢາເວບໍ່ໄດ້ປະທານຊັຍຊະນະດ້ວຍດາບຫລືຫອກ. ເພາະວ່າການຮົບຄັ້ງນີ້ເປັນຂອງພຣະຢາເວ, ແລະພຣະອົງຈະຊົງມອບພວກທ່ານໄວ້ໃນມືຂອງພວກເຮົາ.