\v 14 ດາວິດເປັນລູກຊາຍຫລ້າ. ອ້າຍໆທັງສາມຄົນກໍໄດ້ຕິດຕາມໂຊນໄປ. \v 15 ບັດນີ້ດາວິດໄດ້ໄປໆກັບໆລະຫວ່າງກອງທັບຂອງໂຊນ ແລະລ້ຽງແກະຂອງພໍ່ທີ່ເບັດເລເຮັມ, ເພື່ອທີ່ຈະລ້ຽງດູພວກມັນ. \v 16 ເປັນເວລານານເຖິງສີ່ສິບວັນທີ່ຄົນຟີລິສະຕິນ ຜູ້ທີ່ແຂງແຮງຄົນນັ້ນໄດ້ມາໃກ້ທັງຕອນເຊົ້າ ແລະ ຕອນແລງ ເພື່ອທ້າທາຍໃຫ້ຄົນອອກໄປສູ້ກັບລາວ.