\v 8 ລາວໄດ້ຍິນແລະໄດ້ຮ້ອງມາທາງແນວຫນ້າຂອງອິສະຣາເອນວ່າ, "ເປັນຫຍັງພວກເຈົ້າອອກມາເພື່ອຕຽມເຮັດສົງຄາມ? ເຮົາບໍ່ແມ່ນຄົນຟີລິສະຕິນຫລື, ແລະພວກເຈົ້າກໍເປັນຂ້າຮັບໃຊ້ຂອງໂຊນບໍ່ແມ່ນບໍ? ຈົ່ງເລືອກຊາຍຄົນຫນຶ່ງແທນພວກເຈົ້າ ໃຫ້ລາວລົງມາຫາເຮົາ. \v 9 ຖ້າລາວຊະນະໃນການຕໍ່ສູ້ກັບເຮົາ ແລະ ຂ້າເຮົາໄດ້, ແລ້ວພວກເຮົາຈະເປັນຂ້າຮັບໃຊ້ພວກເຈົ້າ. ແຕ່ຖ້າເຮົາຊະນະ ແລະຂ້າລາວເສຍ, ແລ້ວພວກເຈົ້າຈະເປັນຜູ້ຮັບໃຊ້ຂອງພວກເຮົາແລະຮັບໃຊ້ພວກເຮົາ."