\v 4 ມີຊາຍແຂງແຮງຄົນຫນຶ່ງໄດ້ອອກມາຈາກຄ້າຍຂອງຄົນຟີລິສະຕິນ, ຊາຍຄົນນີ້ຊື່ວ່າ ໂກລີອາດແຫ່ງກາດ, ຜູ້ຊຶ່ງສູງຫົກສອກແລະຫນຶ່ງຄືບ. \v 5 ລາວໄດ້ສວມຫມວກທອງແດງເທິງຫົວຂອງລາວ, ແລະໄດ້ໃສ່ເສື້ອເກາະທີ່ເຮັດເປັນວົງຮ້ອຍກັນ. ເສື້ອເກາະນັ້ນຫນັກປະມານຫ້າພັນເຊເຂັນຈາກທອງແດງ.