\v 2 ໂຊນແລະຄົນອິສະຣາເອນກໍໄດ້ລວມຕົວກັນ ແລະໄດ້ຕັ້ງຄ້າຍຢູ່ທີ່ຮ່ອມພູເອລາ, ແລະວາງແນວຮົບເພື່ອຕໍ່ສູ້ກັບຄົນຟີລິສະຕິນ. \v 3 ຄົນຟີລິສະຕິນໄດ້ຢືນຢູ່ທີ່ພູເຂົາອີກຂ້າງຫນຶ່ງ, ແລະອິສະຣາເອນກໍໄດ້ຢືນຢູ່ທີ່ພູເຂົາອີກຂ້າງຫນຶ່ງ ມີຮ່ອມພູຂັ້ນກາງລະຫວ່າງພວກເຂົາທັງສອງ.