\v 26 ຊາມູເອນກ່າວກັບໂຊນວ່າ, "ຂ້າພະເຈົ້າຈະບໍ່ກັບໄປກັບທ່ານ; ເພາະທ່ານໄດ້ປະຖິ້ມພຣະທັມຂອງພຣະຢາເວ, ແລະ ພຣະຢາເວໄດ້ຖອດທ່ານອອກຈາກການເປັນກະສັດເຫນືອອິສະຣາເອນແລ້ວ." \v 27 ພໍຊາມູເອນຫັນຫລັງຈະໄປ, ໂຊນກໍດຶງປາຍເສື້ອຂອງທ່ານໄວ້, ຈົນເສື້ອນັ້ນກໍຂາດ.