\v 6 ແລ້ວໂຊນໄດ້ກ່າວກັບຄົນເຄໄນວ່າ, "ຈົ່ງໄປ, ຈົ່ງແຍກໄປເສຍ, ໃຫ້ອອກໄປຈາກຄົນອາມາເຫລັກ. ເພື່ອເຮົາຈະບໍ່ທຳລາຍພວກທ່ານໄປພ້ອມກັບພວກເຂົາ. ເພາະພວກທ່ານໄດ້ສະແດງຄວາມເມດຕາຕໍ່ເຊື້ອສາຍອິສະຣາເອນທັງຫມົດ, ເມື່ອພວກເຂົາໄດ້ອອກມາຈາກແຜ່ນນດິນເອຢິບ." ດັ່ງນັ້ນ ຄົນເຄໄນກໍແຍກອອກໄປຈາກຄົນອາມາເຫລັກ. \v 7 ແລ້ວໂຊນກໍໄດ້ບຸກໂຈມຕີຄົນອາມາເຫລັກ, ຕັ້ງແຕ່ຮາວີລາໄປຈົນເຖິງຊູ, ຊຶ່ງຢູ່ດ້ານທິດຕາເວັນອອກຂອງເອຢິບ.