\v 40 ແລ້ວພະອົງຈຶ່ງກ່າວກັບຄົນອິສະຣາເອນທັງປວງວ່າ, "ພວກທ່ານຈະຕ້ອງຢູ່ຝ່າຍຫນຶ່ງ, ແລະ ເຮົາແລະໂຢນາທານລູກຊາຍຂອງເຮົາຈະຢູ່ອີກຝ່າຍຫນຶ່ງ." ປະຊາຊົນໄດ້ເວົ້າກັບໂຊນວ່າ, "ຂໍເຮັດຕາມທີ່ພະອົງເຫັນຊອບເຖີ້ນ." \v 41 ດັ່ງນັ້ນໂຊນຈຶ່ງໄດ້ທູນຖາມພຣະຢາເວພຣະເຈົ້າແຫ່ງອິສະຣາເອນວ່າ, "ຂໍສະແດງທູມມິມ." ໂຢນາທານແລະໂຊນໄດ້ຈັບສະຫລາກ, ແຕ່ຝ່າຍປະຊາຊົນກໍລອດຈາກຖຶກເລືອກ. \v 42 ແລ້ວໂຊນໄດ້ເວົ້າວ່າ, "ໃຫ້ຈັບສະຫລາກ ລະຫວ່າງ ເຮົາກັບໂຢນາທານລູກຊາຍຂອງເຮົາ." ແລ້ວໂຢນາທານໄດ້ຖຶກສະຫລາກນັ້ນ.