\v 38 ແລ້ວໂຊນຈຶ່ງໄດ້ກ່າວວ່າ, "ຈົ່ງມາທີ່ນີ້ເຖີ້ນ, ພວກທ່ານທັງຫມົດທີ່ເປັນຜູ້ນຳຂອງປະຊາຊົນ; ຈົ່ງຮຽນຮູ້ ແລະ ເບິ່ງວ່າຄວາມບາບນີ້ເກີດຂຶ້ນໄດ້ຢ່າງໃດໃນວັນນີ້. \v 39 ເພາະວ່າ, ພຣະຢາເວຜູ້ຊົງພຣະຊົນຢູ່, ຜູ້ຊົງຊ່ວຍກູ້ເອົາຄົນອິສະຣາເອນ, ເຖິງແມ່ນວ່າເປັນໂຢນາທານແມ່ນລູກຊາຍຂອງເຮົາ, ລາວກໍຈະຕ້ອງຕາຍຢ່າງແນ່ນອນ." ແຕ່ບໍ່ມີໃຜຈັກຫນຶ່ງໃນພວກປະຊາຊົນທັງປວງໄດ້ຕອບພະອົງ.