\v 29 ແລ້ວໂຢນາທານຈຶ່ງໄດ້ເວົ້າວ່າ, "ພຣະບິດາຂອງຂ້ອຍໄດ້ເຮັດໃຫ້ເກີດປັນຫາແກ່ແຜ່ນດິນ. ເບິ່ງແມ໋ ວ່າດວງຕາຂອງຂ້ອຍສະຫວ່າງ ເພາະວ່າຂ້ອຍໄດ້ກິນນໍ້າເຜິ້ງພຽງຫນ້ອຍດຽວ. \v 30 ຈະດີຍິ່ງກວ່ານີ້ອີກເທົ່າໃດ ຖ້າປະຊາຊົນໄດ້ກິນຂອງທີ່ຍຶດມາໄດ້ຈາກພວກສັດຕຣູ ຊຶ່ງພວກເຂົາຫາມາໄດ້ຢ່າງອິສຣະໃນວັນນີ້? ເພາະວ່າຕອນນີ້ ການຂ້າຟັນຄົນຟີລິສະຕິນນັ້ນບໍ່ຫລາຍແລ້ວ."