\v 4 ຕາມທາງຂ້ວາມພູເຂົາແຕ່ລະບ່ອນທີ່ໂຢນາທານຕ້ອງການທີ່ຈະຂ້ວາມໄປເຖິງກອງທະຫານຮັກສາການຂອງຄົນຟີລິສະຕິນນັ້ນ, ມີຫນ້າຜາຫິນຢູ່ຟາກຫນຶ່ງ. ມີຫນ້າຜາຫິນຟາກຫນຶ່ງທີ່ມີຊື່ວ່າໂບເຊັດ ແລະ ມີຫນ້າຜາຫິນອີກຍອດຫນຶ່ງຊື່ເສນາ. \v 5 ຫນ້າຜາຫິນຍອດຫນຶ່ງຢູ່ທາງເຫນືອຕໍ່ຫນ້າມິກມາດ, ແລະ ອີກຍອດຫນຶ່ງຢູ່ທາງໃຕ້ ດ້ານຫນ້າເກບາ.