\v 13 ແລ້ວຊາມູເອນໄດ້ກ່າວກັບໂຊນວ່າ, "ພະອົງໄດ້ກະທຳສິ່ງທີໂງ່ຈ້າຫລາຍ. ພະອົງບໍ່ໄດ້ຮັກສາພຣະບັນຊາຂອງພຣະຢາເວພຣະເຈົ້າຂອງພະອົງ. ຊຶ່ງພຣະອົງໄດ້ບັນຊາພະອົງໄວ້ ເພື່ອວ່າພຣະຢາເວຈະໄດ້ສະຖາປະນາການຄອງຣາຊຂອງພະອົງເຫນືອຊົນຊາດອິສະຣາເອນຕະຫລອດໄປ. \v 14 ແຕ່ບັດນີ້ ການຄອງຣາຊຂອງພະອົງຈະບໍ່ຕໍ່ເນື່ອງ. ພຣະຢາເວໄດ້ຊອກຫາຊາຍອີກຄົນຫນຶ່ງຕາມຊອບພຣະທັຍຂອງພຣະອົງ ແລະ ພຣະຢາເວໄດ້ແຕ່ງຕັ້ງຊາຍຄົນນັ້ນໃຫ້ເປັນເຈົ້າຊາຍເຫນືອປະຊາຊົນຂອງເພິ່ນ, ແຕ່ວ່າພະອົງບໍ່ໄດ້ເຊື່ອຟັງໃນສິ່ງທີ່ພຣະເຈົ້າໄດ້ສັ່ງພະອົງໄວ້."