\v 5 ຕໍ່ຈາກນັ້ນ, ທ່ານຈະມາເຖິງເນີນພູຂອງພຣະເຈົ້າ, ບ່ອນຊຶ່ງກອງທະຫານຮັກສາການຂອງພວກຟີລິສະຕິນຢູ່. ເມື່ອທ່ານມາເຖິງເມືອງ, ທ່ານຈະພົບກຸ່ມຜູ້ປະກາດພຣະທັມກຳລັງມາຈາກສະຖານທີ່ສັກສິດພ້ອມດ້ວຍພິນໃຫຍ່, ຣຳມານາດ, ປີ່, ພິນເຂົາຄູ່, ແລະນຳຫນ້າພວກເຂົາໄປ; ພວກເຂົາຈະປະກາດພຣະທັມຢູ່. \v 6 ພຣະວິນຍານຂອງພຣະຢາເວຈະສວມທັບທ່ານ, ແລະທ່ານຈະປະກາດພຣະທັມຮ່ວມກັບຄົນເຫລົ່ານັ້ນ, ແລະທ່ານຈະຖຶກປ່ຽນໄປເປັນຄົນລະຄົນ.