\v 15 ບັດນີ້ ວັນກ່ອນທີ່ໂຊນຈະມາ, ພຣະຢາເວໄດ້ສຳແດງແກ່ຊາມູເອນແລ້ວວ່າ: \v 16 "ມື້ອຶ່ນເວລາປະມານເວລານີ້ ເຮົາຈະສົ່ງຊາຍຄົນຫນຶ່ງຈາກດິນແດນເບັນຢາມິນ, ແລະເຈົ້າຈະເຈີມລາວໃຫ້ເປັນເຈົ້າຊາຍເຫນືອປະຊາຊົນອິສະຣາເອນຂອງເຮົາ. ລາວຈະຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນຈາກມືຂອງຄົນຟີລິສະຕິນ. ເພາະວ່າ ເຮົາໄດ້ເບິ່ງປະຊາຊົນຂອງເຮົາດ້ວຍຄວາມສົງສານ ເພາະສຽງຮ້ອງໄຫ້ຂໍຄວາມຊ່ວຍເຫລືອຂອງພວກເຂົາມາເຖິງເຮົາແລ້ວ."