\v 13 ພະອົງຈະນຳລູກສາວທັງຫລາຍຂອງພວກເຈົ້າໄປເປັນຜູ້ປຸງເຄື່ອງຫອມ, ເຮັດອາຫານ ແລະ ເປັນຜູ້ອົບເຂົ້າຈີ່ທັງຫລາຍ. \v 14 ພະອົງຈະເອົານາສ່ວນທີ່ດີທີ່ສຸດຂອງພວກເຈົ້າ, ແລະສວນອະງຸ່ນຂອງພວກເຈົ້າ, ແລະ ສວນຫມາກກອກເທດຂອງພວກເຈົ້າ, ແລະມອບໃຫ້ແກ່ພວກຂ້າຣາຊະການທັງຫລາຍຂອງພະອົງ. \v 15 ພະອົງຈະເອົາຫນຶ່ງສ່ວນສິບຂອງຜົນລະປູກ ແລະສວນອະງຸ່ນທັງຫລາຍຂອງພວກເຈົ້າໄປໃຫ້ແກ່ ພວກຂ້າຣາຊະການ ແລະ ຂ້າຣາຊະບໍຣິວານຂອງພະອົງ.