\c 8 \v 1 ເມື່ອຊາມູເອນເຖົ້າແກ່ແລ້ວ, ລາວໄດ້ຕັ້ງພວກລູກຊາຍຂອງລາວໃຫ້ເປັນຜູ້ປົກຄອງເຫນືອອິດສະຣາເອນ. \v 2 ຊື່ຂອງລຸກຊາຍຫົວປີຂອງລາວຄື ໂຍເອນ, ແລະ ຊື່ຂອງລູກຊາຍຄົນທີ່ສອງຄືອາບີຢາ. ພວກເຂົາໄດ້ເປັນຜູ້ຕັດສິນໃນເມືອງເບຍເອເຊບາ. \v 3 ພວກລູກຊາຍຂອງລາວບໍ່ໄດ້ດຳເນີນຊີວິດຕາມຢ່າງຂອງລາວ, ພວກເຂົາໄດ້ຊອກຫາລາຍໄດ້ທີ່ບໍ່ສັດຊື່. ພວກເຂົາໄດ້ຮັບສິນບົນ ແລະ ໄດ້ບິດເບືອນຄວາມຍຸຕິທັມ.