\v 10 ໃນຂະນະທີ່ຊາມູເອນກຳລັງຖວາຍເຄື່ອງເຜົາບູຊາຢູ່ນັ້ນ ຄົນຟີລິສະຕິນກໍໄດ້ເຂົ້າມາໃກ້ ເພື່ອບຸກໂຈມຕີອິສະຣາເອນ. ແຕ່ພຣະຢາເວຊົງໃຫ້ຟ້າຮ້ອງສຽງດັງຕໍ່ສູ້ຄົນຟີລິສະຕິນໃນວັນນັ້ນ ແລະໄດ້ເຮັດໃຫ້ພວກເຂົາສັບສົນ, ແລະພວກເຂົາກໍວຸ້ນວາຍຕໍ່ຫນ້າຄົນອິສະຣາເອນ. \v 11 ພວກຜູ້ຊາຍຊາວອິສະຣາເອນກໍໄດ້ອອກຈາກເມືອງມິຊະປາ, ແລະພວກເຂົາໄດ້ໄລ່ກວາດພວກຟີລິສະຕິນ ແລະໄດ້ຂ້າຟັນພວກເຂົາໄປຈົນເຖິງໃຕ້ຂອງເມືອງເບັດຄາ.