\v 7 ບັດນີ້ ເມື່ອຄົນຟີລິສະຕິນໄດ້ຍິນວ່າ ປະຊາຊົນຊາວອິສະຣາເອນໄດ້ມາປະຊຸມກັນທີ່ເມືອງມິຊະປາ, ພວກເຈົ້ານາຍຂອງຄົນຟີລິສະຕິນກໍໄດ້ຍົກກອງທັບຂຶ້ນມາໂຈມຕີ. ເມື່ອປະຊາຊົນຊາວອິສະຣາເອນໄດ້ຍິນເຊັ່ນນັ້ນ, ພວກເຂົາກໍຢ້ານກົວຄົນຟີລິສະຕິນ. \v 8 ແລ້ວປະຊາຊົນຊາວອິສະຣາເອນໄດ້ເວົ້າຕໍ່ຊາມູເອນວ່າ, "ຢ່າຢຸດຮ້ອງທູນພຣະຢາເວພຣະເຈົ້າຂອງພວກເຮົາ ເພື່ອພວກເຮົາ, ເພື່ອທີ່ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນຈາກມືຂອງຄົນຟີລິສະຕິນ."