\v 5 ພວກທ່ານຕ້ອງເຮັດແບບຈຳລອງຮູບຝີຂອງພວກທ່ານ, ແລະແບບຈຳລອງຮູບຫນູຂອງພວກເຈົ້າຊຶ່ງທຳລາຍແຜ່ນດິນ,​ ແລະພວກເຈົ້າຈົ່ງຖວາຍພຣະສະຫງ່າຣາສີແດ່ພຣະເຈົ້າແຫ່ງອິສະຣາເອນ. ບາງທີ ພຣະອົງຈະຍົກພຣະອົງຂອງພຣະອົງຈາກພວກເຈົ້າ, ຈາກບັນດາພະເຈົ້າຂອງພວກເຈົ້າ, ແລະຈາກແຜ່ນດິນຂອງພວກເຈົ້າ. \v 6 ເປັນຫຍັງພວກເຈົ້າເຮັດໃຫ້ໃຈພວກເຈົ້າແຂງກະດ້າງໄປ, ຢ່າງເຊັ່ນຄົນເອຢິບ ແລະຟາໂຣໄດ້ໃຫ້ໃຈຂອງພວກເຂົາແຂງກະດ້າງ? ຢ່າງນັ້ນແຫລະ ພຣະເຈົ້າແຫ່ງອິສະຣາເອນຈຶ່ງໄດ້ລົງໂທດພວກເຂົາຢ່າງ; ຄົນເອຢິບກໍຕ້ອງປ່ອຍປະຊາຊົນໄປ, ແລ້ວພວກເຂົາກໍຈາກໄປບໍ່ແມ່ນບໍ?