\v 11 ດັ່ງນັ້ນພວກເຂົາຈຶ່ງໄດ້ສົ່ງຄົນໄປເອີ້ນປະຊຸມພວກເຈົ້ານາຍທັງຫມົດຂອງຊາວຟີລິສະຕິນ; ພວກເຂົາເວົ້າກັນວ່າ, "ຈົ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິສະຣາເອນໄປເສຍ, ແລະໃຫ້ຫີບນັ້ນກັບໄປບ່ອນເກົ່າ, ເພາະວ່າມີຄວາມແຕກຕື່ນຢູ່ທົ່ວທັງເມືອງ; ພຣະຫັດຂອງພຣະເຈົ້າໄດ້ລົງໂທດຢ່າງຫນັກຢູ່ໃນບ່ອນນັ້ນ. \v 12 ຊາວເມືອງທີ່ຍັງບໍ່ຕາຍກໍຖືກທໍຣະມານດ້ວຍຝີຕ່າງໆ, ແລະ ສຽງຮ້ອງໄຫ້ຂອງເມືອງກໍໄດ້ຂຶ້ນໄປເຖິງຟ້າສະຫວັນ.