\v 17 ລາວໄດ້ເວົ້າວ່າ, "ເລື່ອງຫຍັງທີ່ພຣະອົງໄດ້ບອກກັບເຈົ້າ? ຂໍຢ່າປິດບັງໄວ້ຈາກຂ້ອຍເລີຍ. ຂໍພຣະເຈົ້າເຮັດຢ່າງນັ້ນແກ່ເຈົ້າ, ແລະ ໃຫ້ຫລາຍກວ່ານັ້ນ, ຖ້າເຈົ້າປິດບັງສິ່ງໃດໄວ້ຈາກຂ້ອຍ ໃນເລື່ອງທັງຫມົດທີ່ພຣະອົງຊົງບອກແກ່ເຈົ້າ." \v 18 ຊາມູເອນຈຶ່ງເລົ່າໃຫ້ລາວຟັງທຸກຢ່າງ; ລາວບໍ່ໄດ້ປິດບັງຫຍັງໄວ້ຈາກລາວເລີຍ. ເອລີໄດ້ກ່າວວ່າ, "ພຣະອົງຄືພຣະຢາເວ. ຂໍພຣະອົງເຮັດໃນສິ່ງທີ່ເຫັນວ່າດີຕໍ່ພຣະອົງເຖີ້ນ."