\c 2 \v 1 ຮັນນາໄດ້ອະທິຖານ ແລະກ່າວວ່າ, "ຈິດໃຈຂອງຂ້ານ້ອຍຍິນດີໃນພຣະຢາເວ. ກຳລັງຂອງຂ້ານ້ອຍໄດ້ຮັບການຍົກຊູຂຶ້ນໃນພຣະຢາເວ. ປາກຂອງຂ້ານ້ອຍໂອ້ອວດເຫນືອພວກສັດຕຣູຂອງຂ້ານ້ອຍ, ເພາະຂ້ານ້ອຍຍິນດີໃນການໄຖ່ຂອງພຣະອົງ.