\v 15 ຮັນນາໄດ້ຕອບວ່າ, "ບໍ່ແມ່ນ, ເຈົ້ານາຍຂອງຂ້ານ້ອຍ, ຂ້ານ້ອຍເປັນຍິງຄົນຫນຶ່ງທີ່ມີຈິດໃຈໂສກເສົ້າ. ຂ້ານ້ອຍບໍ່ໄດ້ດື່ມເຫລົ້າອະງຸ່ນ ຫລື ເຫລົ້າໃດໆ, ແຕ່ຂ້ານ້ອຍໄດ້ເປີດໃຈຕໍ່ຫນ້າພຣະຢາເວ. \v 16 ຢ່າຄິດວ່າຜູ້ຮັບໃຊ້ຂອງທ່ານ ເປັນຜູ້ຍິງທີ່ໄຮ້ຢາງອາຍ; ຂ້ານ້ອຍໄດ້ເວົ້າອອກມາດ້ວຍຄວາມກັງວົນໃຈ ແລະ ຄວາມອັດອັ້ນໃຈຢ່າງທີ່ສຸດຂອງຂ້ານ້ອຍ."