\v 9 ມີເທື່ອຫນຶ່ງໃນເຫດການເຫລົ່ານີ້, ຮັນນາໄດ້ລຸກຂຶ້ນຫລັງຈາກພວກເຂົາກິນ ແລະ ດື່ມອີ່ມແລ້ວ ໃນເມືອງຊີໂລ. ໃນຕອນນັ້ນ ເອລີ ປະໂລຫິດໄດ້ນັ່ງຢູ່ເທິງບ່ອນນັ່ງຂອງລາວ ທາງຂ້າງປະຕູພຣະວິຫານຂອງພຣະຢາເວ. \v 10 ນາງເຈັບປວດໃຈຫລາຍ; ນາງຈຶ່ງໄດ້ອະທິຖານຕໍ່ພຣະຢາເວ ແລະ ຮ້ອງໄຫ້ຢ່າງຂົມຂື່ນ.