\v 3 ຊາຍຄົນນີ້ໄດ້ໄປຈາກເມືອງຂອງລາວ ທຸກປີໄປນະມັສະການ ແລະ ຖວາຍສັດບູຊາແດ່ພຣະຢາເວຈອມໂຍທາ ທີ່ເມືອງຊີໂລ. ລູກຊາຍສອງຄົນຂອງເອລີຄື, ໂຮບນີ ແລະ ຟີເນຫັດ, ເປັນປະໂລຫິດຂອງພຣະຢາເວ, ຢູ່ທີ່ນັ້ນ. \v 4 ເມື່ອເຖິງວັນທີ່ເອນການາຈະຖວາຍສັດບູຊາທຸກປີ, ລາວໃຫ້ສ່ວນແບ່ງຂອງຊີ້ນແກ່ເປນິນນາເມຍຂອງລາວ, ແລະໃຫ້ແກ່ບັນດາລູກຊາຍ ແລະບັນດາຂອງລູກສາວທຸກຄົນ.