\c 1 \v 1 ມີຊາຍຄົນຫນຶ່ງຊຶ່ງເປັນຊາວຣາມາຂອງເມືອງຊູເຟ, ເຂດເນີນພູເອຟຣາອິມ; ຊື່ຂອງລາວແມ່ນເອນການາ ລູກຊາຍຂອງເຢໂຣຮາມ ລູກຊາຍຂອງເອລີຮູ ລູກຊາຍຂອງໂຕຮູ ລູກຊາຍຂອງຊູ, ຄົນໃນເຜົ່າເອຟາຣາອິມ. \v 2 ລາວມີເມຍສອງຄົນ; ຊື່ເມຍຄົນທີຫນຶ່ງຄື: ນາງຮັນນາ, ແລະເມຍຄົນທີ່ສອງຊື່ ນາງເປນິນນາ. ນາງເປນິນນາມີລູກ, ແຕ່ນາງຮັນນາບໍ່ມີລູກ.