Mon Dec 16 2019 14:08:07 GMT+0700 (SE Asia Standard Time)

This commit is contained in:
M2M 2019-12-16 14:08:07 +07:00
commit 6e6e8b54ac
51 changed files with 252 additions and 4 deletions

View File

@ -1 +1,5 @@
\c 5 \v 1 ບັດນີ້ ຊາວຟີລິດສະຕິນໄດ້ຍຶດຫີບພັນທະສັນຍາຂອງພຣະເຈົ້າໄປ, ແລະພວກເຂົາໄດ້ນຳໄປຈາກເອເບເຊບາໄປຍັງອັດໂດດ. \v 2 ຄົນຟີລິດສະຕິນກໍໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າ, ເຂົ້າໄປໄວ້ໃນວິຫານຂອງພະດາໂກນ, ແລະວາງຫີບໄວ້ຂ້າງພະດາໂກນ. \v 3 ເມື່ອປະຊາຊົນຊາວອັດໂດດ ຕື່ນແຕ່ເຊົ້າໃນວັນຕໍ່ມາ, ເບິ່ງແມ໋, ພະດາໂກນກໍໄດ້ຫລົ້ມລົງເຖິງພື້ນດິນຕໍ່ພຣະພັກພຣະຢາເວ. ສະນັ້ນ ພວກເຂົາໄດ້ເອົາພະດາໂກນ ແລະ ຕັ້ງຂຶ້ນໃນບ່ອນຂອງມັນອີກເມື່ອຫນຶ່ງ.
<<<<<<< HEAD
\c 5 \v 1 ບັດນີ້ ຊາວຟີລິດສະຕິນໄດ້ຍຶດຫີບພັນທະສັນຍາຂອງພຣະເຈົ້າໄປ, ແລະພວກເຂົາໄດ້ນຳໄປຈາກເອເບເຊບາໄປຍັງອັດໂດດ. \v 2 ຄົນຟີລິດສະຕິນກໍໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າ, ເຂົ້າໄປໄວ້ໃນວິຫານຂອງພະດາໂກນ, ແລະວາງຫີບໄວ້ຂ້າງພະດາໂກນ. \v 3 ເມື່ອປະຊາຊົນຊາວອັດໂດດ ຕື່ນແຕ່ເຊົ້າໃນວັນຕໍ່ມາ, ເບິ່ງແມ໋, ພະດາໂກນກໍໄດ້ຫລົ້ມລົງເຖິງພື້ນດິນຕໍ່ພຣະພັກພຣະຢາເວ. ສະນັ້ນ ພວກເຂົາໄດ້ເອົາພະດາໂກນ ແລະ ຕັ້ງຂຶ້ນໃນບ່ອນຂອງມັນອີກເມື່ອຫນຶ່ງ.
=======
\c 5 \v 1 ບັດນີ້ ຊາວຟີລິດສະຕິນໄດ້ຍຶດຫິບພັນທະສັນຍາຂອງພຣະເຈົ້າໄປ, ແລະພວກເຂົາໄດ້ນຳໄປຈາກເອເບເຊບາໄປຍັງອັດໂດດ. \v 2 ຄົນຟີລິດສະຕິນກໍໄດ້ນຳຫິບພັນທະສັນຍາຂອງພຣະເຈົ້າ, ເຂົ້າໄປໄວ້ໃນວິຫານຂອງພະດາໂກນ, ແລະວາງຫິບໄວ້ຂ້າງພະດາໂກນ. \v 3 ເມື່ອປະຊາຊົນຊາວອັດໂດດ ຕື່ນແຕ່ເຊົ້າໃນວັນຕໍ່ມາ, ເບິ່ງແມ, ພະດາໂກນກໍໄດ້ຫລົ້ມຫນ້າຄວໍ່າຕົກລົງເຖິງພື້ນຕໍ່ຫນ້າຫິບພັນທະສັນຍາຂອງພຣະຢາເວ. ດັ່ງພວກເຂົາຈຶ່ງເອົນພະດາໂກນ ແລະຕັ້ງໄວ້ຢູ່ບ່ອນເກົ່າອີກ.
>>>>>>> 1a403457ad82adc1c64563edbf3dd1da6fadf05c

View File

@ -1 +1 @@
\v 19 \v 20 ບັດນີ້ດັ່ງນັ້ນ, ຂໍກະສັດຂອງຂ້ານ້ອຍ, ໄດ້ຟັງຖ້ອຍຄຳຂອງຜູ້ຮັບໃຊ້ຂອງພະອົງ. ຖ້າພຣະຢາເວໄດ້ປຸກປັ່ນພະອົງໃຫ້ຕໍ່ສູ້ຂ້ານ້ອຍ, ຂໍໃຫ້ພຣະອົງຮັບເຄື່ອງຖວາຍ; ຖ້າເປັນມະນຸດທີ່ໄດ້ຍົວະ, ກໍຂໍໃຫ້ພວກເຂົາເປັນທີ່ສາບແຊ່ງຕໍ່ຫນ້າພຣະຢາເວ, ເພາະພວກເຂົາໄດ້ຂັບໄລ່ຂ້ານ້ອຍອອກໄປໃນວັນນີ້, ຈາກສ່ວນແບ່ງໃນມໍລະດົກຂອງພຣະຢາເວໄດ້ກ່າວໄວ້; ພວກເຂົາໄດ້ກ່າວກັບຂ້ານ້ອຍວ່າ,'ຈົ່ງໄປຮັບໃຊ້ພວກພະອຶ່ນໆ.' ບັດນີ້
\v 19 ບັດນີ້ດັ່ງນັ້ນ, ຂໍກະສັດຂອງຂ້ານ້ອຍ, ໄດ້ຟັງຖ້ອຍຄຳຂອງຜູ້ຮັບໃຊ້ຂອງພະອົງ. ຖ້າພຣະຢາເວໄດ້ປຸກປັ່ນພະອົງໃຫ້ຕໍ່ສູ້ຂ້ານ້ອຍ, ຂໍໃຫ້ພຣະອົງຮັບເຄື່ອງຖວາຍ; ຖ້າເປັນມະນຸດທີ່ໄດ້ຍົວະ, ກໍຂໍໃຫ້ພວກເຂົາເປັນທີ່ສາບແຊ່ງຕໍ່ຫນ້າພຣະຢາເວ, ເພາະພວກເຂົາໄດ້ຂັບໄລ່ຂ້ານ້ອຍອອກໄປໃນວັນນີ້, ຈາກສ່ວນແບ່ງໃນມໍລະດົກຂອງພຣະຢາເວໄດ້ກ່າວໄວ້; ພວກເຂົາໄດ້ກ່າວກັບຂ້ານ້ອຍວ່າ,'ຈົ່ງໄປຮັບໃຊ້ພວກພະອຶ່ນໆ.' \v 20 ບັດນີ້, ຂໍຢ່າໃຫ້ເລືອດຂອງຂ້ານ້ອຍຕົກເຖິງດິນໄກຈາກພຣະພັກຂອງພຣະຢາເວ; ເພາະກະສັດແຫ່ງອິດສະຣາເອນໄດ້ມາເພື່ອຄົ້ນຫາຫມັດໂຕດຽວ ດັ່ງຜູ້ໄລ່ຕາມນົກກະທາຢູ່ເທິງພູເຂົາທັງຫລາຍ."

1
26/21.txt Normal file
View File

@ -0,0 +1 @@
\v 21 ແລ້ວໂຊນໄດ້ກ່າວວ່າ,"ຂ້ອຍໄດ້ເຮັດຜິດບາບແລ້ວ. ດາວິດ, ລູກຊາຍຂອງພໍ່ເອີຍ; ຂ້ອຍຈະບໍ່ທຳຮ້າຍເຈົ້າອີກຕໍ່ໄປ, ເພາະໃນວັນນີ້ຊີວິດຂອງຂ້ອຍກໍປະເສີດໃນສາຍຕາຂອງເຈົ້າ. ເບິ່ງແມ, ເຮົາສະແດງຕົວເປັນຄົນໂງ່ຈ້າ ແລະໄດ້ເຮັດຜິດໃຫຍ່ຫລວງ."

1
26/22.txt Normal file
View File

@ -0,0 +1 @@
\v 22 ດາວິດໄດ້ຕອບແລະກ່າວວ່າ,"ຂ້າແດ່ກະສັດ! ເບິ່ງແມ, ຫອກຂອງພະອົງຢູ່ທີ່ນີ້, ຂໍຊົງໃຫ້ຄົນຫນຸ່ມຄົນຫນຶ່ງຂ້າມມາຮັບໄປ ແລະສົ່ງຄືນໃຫ້ພະອົງ. \v 23 ພຣະຢາເວໄດ້ຕອບແທນແກ່ທຸກຄົນຕາມຄວາມຊອບທຳ ແລະຄວາມສັດຊື່ຂອງເຂົາ; ເພາະໃນວັນນີ້ພຣະຢາເວໄດ້ມອບພະອົງໄວ້ໃນມືຂອງຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ປາຖະຫນາຈະຢຽດມືອອກຕໍ່ສູ້ຜູ້ທີ່ພຣະຢາເວຊົງເຈີມໄວ້.

1
26/24.txt Normal file
View File

@ -0,0 +1 @@
\v 24 ເບິ່ງແມ, ໃນສາຍຕາຍຂອງຂ້ານ້ອຍ ຊີວິດຂອງພະອົງມີຄ່າສັນໃດໃນວັນນີ້, ຂໍໃຫ້ຊີວິດຂອງຂ້ານ້ອຍມີຄ່າໃນສາຍຕາຂອງພຣະຢາເວສັນນັ້ນ, ແລະຂໍພຣະອົງຊ່ວຍກູ້ຊີວິດໃຫ້ພົ້ນຈາກຄວາມຍາກລຳບາກທັງຫມົດດ້ວຍ." \v 25 ແລ້ວໂຊນຈຶ່ງໄດ້ກ່າວກັບດາວິດວ່າ,"ດາວິດລູກຊາຍຂອງພໍ່ເອີຍ! ຂໍໃຫ້ເຈົ້າໄດ້ຮັບພອນເທີ້ນ, ເຈົ້າຈະໄດ້ເຮັດສິ່ງຍິ່ງໃຫຍ່ຕ່າງໆແນ່ນອນ ແລະຈະມີໄຊຊະນະເປັນແນ່ນອນ." ດາວິດຈຶ່ງໄດ້ໄປຕາມທາງຂອງລາວ, ແລະໂຊນກໍກັບສູ່ວັງຂອງພະອົງ.

1
27/01.txt Normal file
View File

@ -0,0 +1 @@
\c 27 \v 1 ດາວິດໄດ້ສຳນຶກໃນໃຈຂອງລາວວ່າ,"ຂ້ອຍຄົງຈະຕາຍຈັກວັນຫນຶ່ງດ້ວຍມືຂອງໂຊນ; ບໍ່ມີສິ່ງໃດດີກວ່າທີ່ຂ້ອຍຈະຫນີໄປຢູ່ໃນດິນແດນຂອງຄົນຟີລິດສະຕິນ; ໂຊນກໍຈະຍົກເລິກທີຈະຕາມຫາຂ້ອຍອີກຕໍ່ໄປພາຍໃນເຂດແດນອິດສະຣາເອນ; ວິທີນີ້ແຫລະທີ່ຂ້ອຍຈະຫລົບຫນີຈາກມືຂອງພະອົງໄດ້."

1
27/02.txt Normal file
View File

@ -0,0 +1 @@
\v 2 ດາວິດໄດ້ລຸກຂຶ້ນແລະໄດ້ຂ້າມໄປ, ລາວແລະພວກພັກທີ່ຢູ່ກັບລາວຫົກຮ້ອຍຄົນ, ໄດ້ໄປຫາອາກີເຊລູກຊາຍຂອງມາໂອດ, ກະສັດແຫ່ງເມືອງກາດ. \v 3 ດາວິດກໍໄດ້ອາໄສຢູ່ກັບອາກີເຊທີ່ເມືອງກາດ, ທັງລາວແລະຄົນຂອງລາວ, ແລະຄອບຄົວຂອງແຕ່ລະຄົນ, ແລະດາວິດພ້ອມກັບພັນລະຍາສອງຄົນຂອງລາວ, ຄືອາຫິໂນອາມຄົນຢິດສະຣາເອນ, ແລະອາບີກາເອນຄົນຄາເມນ, ພັນລະຍາຂອງນາບານ. \v 4 ມີຄົນໄດ້ໄປບອກໂຊນວ່າ ດາວິດໄດ້ຫນີໄປທີ່ເມືອງກາດແລ້ວ, ດັ່ງນັ້ນພະອົງກໍບໍ່ໄດ້ຊອກຫາລາວອີກຕໍ່ໄປ.

1
27/05.txt Normal file
View File

@ -0,0 +1 @@
\v 5 ດາວິດຈຶ່ງໄດ້ເວົ້າກັບອາກີເຊວ່າ,"ຖ້າຂ້ານ້ອຍເປັນທີ່ພໍໃຈໃນສາຍຕາຂອງພະອົງແລ້ວ, ຂໍຊົງໃຫ້ພວກເຂົາມອບສະຖານທີ່ແຫ່ງຫນຶ່ງໃນເມືອງທັງຫລາຍຂອງພະອົງໃຫ້ແກ່ຂ້ານ້ອຍ, ເພື່ອຂ້ານ້ອຍຈະໄດ້ອາໄສຢູ່ນັ້ນ; ເພາະວ່າບໍ່ມີເຫດຜົນທີ່ຜູ້ຮັບໃຊ້ຂອງຂ້ານ້ອຍຈະຕ້ອງຢູ່ໃນນເມືອງຂອງພະອົງ?" \v 6 ດັ່ງນັ້ນອາກີເຊກໍໄດ້ມອບສີລາກໃຫ້ລາວໃນວັນນັ້ນເອງ; ນັ້ນເປັນເຫດຜົນວ່າເປັນຫຍັງສີລາກຈຶ່ງເປັນຂອງບັນດາກະສັດແຫ່ງຢູດາຈົນເຖິງທຸກວັນນີ້. \v 7 ໄລຍະເວລາທີ່ດາວິດເຂົ້າໄປຢູ່ໃນດິນແດນຟີລິດສະຕິນນັ້ນ ເປັນເວລາຫນຶ່ງປີແລະອີກສີ່ເດືອນເຕັມ.

1
27/08.txt Normal file
View File

@ -0,0 +1 @@
\v 8 ດາວິດແລະຄົນຂອງລາວກໍໄດ້ໄປໂຈມຕີຄົນເກຊູ, ຄົນເກເຊີ, ແລະຄົນອາມາເຫລັກ; ເພາະຊົນຊາດເຫລົ່ານີ້ໄດ້ອາໄສຢູ່ໃນດິນແດນນັ້ນ, ໄກໄປຈົນເຖິງເມືອງຊູເຖິງແຜ່ນດິນເອຢິບ, ພວກເຂົາໄດ້ອາໄສຢູ່ໃນດິນແດນນັ້ນມາຕັ້ງແຕ່ບູຮານແລ້ວ. \v 9 ດາວິດກໍໄດ້ໂຈມຕີແຜ່ນດິນແລະບໍ່ໄວ້ຊີວິດຜູ້ຊາຍຫລືຜູ້ຍິງ; ລາວໄດ້ຍຶດເອົາຝູງແກະ, ຝູງງົວ, ຝູງລາ, ຝູງອຸດ, ແລະເສື້ອຍຜ້າ; ລາວໄດ້ກັບແລະມາຫາອາກີເຊອີກຄັ້ງ.

1
27/10.txt Normal file
View File

@ -0,0 +1 @@
\v 10 ອາກີເຊມັກຈະຖາມວ່າ,"ວັນນີ້ ພວກເຈົ້າໄປໂຈມຕີບ່ອນໃດມາ?" ດາວິດກໍມັກຈະຕອບວ່າ,"ໄປໂຈມຕີທາງຕອນໃຕ້ຂອງຢູດາ," ຫລື "ໄປໂຈມຕີທາງຕອນໃຕ້ຂອງຕະກຸນເຢຣາເມເອນ," ຫລື "ໄປໂຈມຕີທາງຕອນໃຕ້ຂອງຄົນເຄໄນ."

1
27/11.txt Normal file
View File

@ -0,0 +1 @@
\v 11 ດາວິດບໍ່ໄດ້ໄວ້ຊີວິດຜູ້ຊາຍຫລືຜູ້ຍິງ ທີ່ຈະນຳມາທີ່ເມືອງກາດ, ກ່າວວ່າ,"ດັ່ງນັ້ນແຫລະ ພວກເຂົາຈະບໍ່ສາມາດບອກເລື່ອງຂອງພວກເຮົາ,'ດາວິດໄດ້ເຮັດເຊັ່ນນັ້ນແລະເຊັ່ນນີ້.'" ນີ້ເປັນສິ່ງທີ່ລາວໄດ້ເຮັດທັງຫມົດ ໃນຂະນະທີລາວໄດ້ອາໄສຢູ່ໃນດິນແດນຟີລິດສະຕິນ. \v 12 ອາກີເຊກໍໄດ້ໄວ້ວາງໃຈດາວິດ, ກ່າວວ່າ,"ລາວໄດ້ເຮັດໃຫ້ປະຊາຊົນອິດສະຣາເອນຂອງລາວກຽດລາວແທ້ໆ; ເພາະສະນັ້ນ ລາວຈຶ່ງເປັນຜູ້ຮັບໃຊ້ຂອງຂ້ອຍຕະຫລອດໄປ."

1
28/01.txt Normal file
View File

@ -0,0 +1 @@
\c 28 \v 1 ສິ່ງນີ້ໄດ້ເກີດຂຶ້ນ ໃນຄັ້ງນັ້ນຄົນຟີລິດສະຕິນກໍໄດ້ຮວບຮວມກອງທັບ ເພື່ອທຳສົງຄາມສູ້ຮົບກັບອິດສະຣາເອນ. ອາກີເຊໄດ້ເວົ້າກັບດາວິດວ່າ,"ຈົ່ງຮູ້ແນ່ວ່າ ເຈົ້າຈະອອກໄປກັບຂ້ອຍໃນກອງທັບ, ທັງເຈົ້າແລະຄົນຂອງເຈົ້າດ້ວຍ." \v 2 ດາວິດໄດ້ເວົ້າກັບອາກີເຊວ່າ,"ສຸດແລ້ວແຕ່ຈະເຫັນຄວນ ພະອົງຈະໄດ້ຮູ້ວ່າຜູ້ຮັບໃຊ້ຂອງພະອົງຈະເຮັດອັນໃດແດ່." ອາກີເຊໄດ້ເວົ້າກັບດາວິດວ່າ,"ດັ່ງນັ້ນ ຂ້ອຍຈະຕັ້ງເຈົ້າເປັນທະຫານປະຈຳຕົວຂອງຂ້ອຍຢ່າງຖາວອນເລີຍ."

1
28/03.txt Normal file
View File

@ -0,0 +1 @@
\v 3 ບັດນີ້ ຊາມູເອນໄດ້ຕາຍແລ້ວ, ແລະອິດສະຣາເອນທັງປວງກໍໄດ້ໄວ້ທຸກໃຫ້ກັບລາວ ແລະໄດ້ຝັງສົບລາວໄວ້ທີ່ເມືອງຣາມາ, ຊຶ່ງເປັນບ້ານເກີດຂອງລາວເອງ. ໂຊນກໍໄດ້ກຳຈັດພວກຄົນທີ່ສຶ່ສານກັບຄົນຕາຍ ຫລືພວກວິນຍານເສຍຈາກແຜ່ນດິນ. \v 4 ແລ້ວຄົນຟີລິດສະຕິນກໍໄດ້ຊຸມນຸມກັນ ແລະໄດ້ມາຕັ້ງຄ້າຍຢູ່ທີຊູແນມ, ແລະໂຊນໄດ້ຮວບຮວມອິດສະຣາເອນທັງຫມົດ, ແລະພວກເຂົາໄດ້ຕັ້ງຄ້າຍຢູ່ທີກີໂບອາ.

1
28/05.txt Normal file
View File

@ -0,0 +1 @@
\v 5 ເມື່ອໂຊນໄດ້ເບິ່ງກອງທັບຂອງຄົນຟີລິດສະຕິນ, ພະອົງກໍຢ້ານກົວ, ແລະໃຈຂອງພະອົງກໍສັ່ນສະທ້ານຢ້ານກົວຫລາຍ. \v 6 ໂຊນໄດ້ອະຖິຖານຕໍ່ພຣະຢາເວເພື່ອຂໍຄວາມຊ່ວຍເຫລືອ, ແຕ່ພຣະຢາເວບໍ່ໄດ້ຕອບພະອົງ—ບໍ່ວ່າດ້ວຍຄວາມຝັນ, ຫລືດ້ວຍອູລິມ, ຫລືໂດຍທາງເຫລົ່າຜູ້ປະກາດພຣະຄຳ. \v 7 ແລ້ວໂຊນຈຶ່ງໄດ້ສັ່ງພວກຜູ້ຮັບໃຊ້ຂອງພະອົງວ່າ,"ຈົ່ງໄປຄົ້ນຫາຍິງຄົນຜູ້ທີສາມາດເວົ້າກັບຄົນຕາຍໄດ້, ເພື່ອວ່າຂ້ອຍຈະໄດ້ໄປຫານາງ ແລະຂໍຄຳແນະນຳຈາກນາງ." ຜູ້ຮັບໃຊ້ທັງຫລາຍຂອງພະອົງກໍໄດ້ເວົ້າວ່າ,"ເບິ່ງແມ, ມີຜູ້ຍິງຄົນຫນຶ່ງຢູ່ໃນເຮືອນເອນໂດນ ຜູ້ທີ່ປະກາດຕົວວ່າສາມາດເວົ້າກັບຄົນຕາຍໄດ້."

1
28/08.txt Normal file
View File

@ -0,0 +1 @@
\v 8 ໂຊນຈຶ່ງໄດ້ປອມຕົວ, ໄດ້ນຸ່ງເຄື່ອງຢ່າງອຶ່ນ, ແລະໄດ້ອອກໄປ, ທັງພະອົງກັບຜູ້ຊາຍສອງຄົນ; ພວກເຂົາໄດ້ໄປຫາຜູ້ຍິງຄົນຊົງໃນເວລາກາງຄຶນ. ພະອົງໄດ້ກ່າວວ່າ,"ຂໍເຮັດໃຫ້ນາຍຂອງຂ້ອຍ, ຂ້ອຍຂໍຮ້ອງເຈົ້າໂດຍການໃຫ້ວິນຍານເຂົ້າ, ແລະຈົ່ງເອີ້ນໃຜກໍຕາມທີ່ຂ້ອຍໄດ້ບອກຊື່ໃຫ້ເຈົ້າ." \v 9 ຍິງຄົນນັ້ນໄດ້ກ່າວກັບພະອົງວ່າ,"ເບິ່ງແມ, ເຈົ້າເອງຮູ້ແລ້ວວ່າໂຊນໄດ້ຢ່າງໃດແດ່, ທີ່ໄດ້ກຳຈັດພວກຫມໍຫມໍຜີ ແລະພວກທີເວົ້າກັບຄົນຕາຍຫລືວິນຍານທັງຫລາຍ. ດັ່ງນັ້ນ ເປັນຫຍັງທ່ານຈຶ່ງໄໂດ້ມາວາງກັບດັກຊີວິດຂອງຂ້ອຍ, ເພື່ອໃຫ້ຂ້ອຍຕາຍຫລື?" \v 10 ໂຊນໄດ້ປະຕິຍານໃນນາມຂອງພຣະຢາເວກັບຜູ້ຍິງນັ້ນວ່າ,"ພຣະຢາເວຊົງພຣະຊົນຢູ່ແນ່ນອນສັນໃດ, ເຈົ້າຈະບໍ່ຖຶລົງໂທດເພາະເລື່ອງນີ້ສັນນັ້ນ."

1
28/11.txt Normal file
View File

@ -0,0 +1 @@
\v 11 ແລ້ວຜູ້ຍິງນັ້ນຈຶ່ງໄດ້ຖາມວ່າ,"ເຈົ້າຈະໃຫ້ຂ້ອຍເອີ້ນໃຜຂຶ້ນມາໃຫ້ເຈົ້າ?" ໂຊນໄດ້ກ່າວວ່າ,"ຈົ່ງເອີ້ນຊາມູເອນຂຶ້ນມາໃຫ້ຂ້ອຍ." \v 12 ເມື່ອຜູ້ຍິງຄົນນັ້ນໄດ້ເຫັນຊາມູເອນ, ນາງຈຶ່ງໄດ້ຮ້ອງສຽງດັງແລະໄດ້ເວົ້າກັບໂຊນ, ກ່າວວ່າ,"ຍ້ອນຫຍັງພະອົງຈຶ່ງຫລອກລວງຂ້ານ້ອຍ? ເພາະວ່າພະອົງຄືໂຊນ."

1
28/13.txt Normal file
View File

@ -0,0 +1 @@
\v 13 ກະສັດໄດ້ເວົ້າກັບນາງວ່າ,"ຢ່າຢ້ານເລີຍ. ເຈົ້າໄດ້ເຫັນຫຍັງ?" ຍິງນັ້ນໄດ້ເວົ້າກັບໂຊນວ່າ,"ຂ້ານ້ອຍເຫັນພະອົງຫນຶ່ງຂຶ້ນມາຈາກແຜ່ນດິນ." \v 14 ພະອົງໄດ້ຖາມນາງວ່າ,"ຮູບຮ່າງຫນ້າຕາຂອງລາວເປັນແນວໃດ?" ນາງຕອບວ່າ,"ເປັນຜູ້ຊາຍແກ່ກຳລັງຂຶ້ນມາ; ລາວແຕ່ງກາຍດ້ວຍເສື້ນຄຸມ." ໂຊນກໍໄດ້ຮັບຮູ້ວ່ານັ້ນແມ່ນຊາມູເອນ, ແລະພະອົງໄດ້ໂນ້ມຕົວລົງເຖິງດິນ ແລະສະແດງຄວາມນັບຖື.

1
28/15.txt Normal file
View File

@ -0,0 +1 @@
\v 15 ຊາມູເອນໄດ້ເວົ້າກັບໂຊນວ່າ,"ເປັນຫຍັງທ່ານຈຶ່ງໄດ້ລົບກວນຂ້ອຍ ແລະໄດ້ເອີ້ນຂ້ອຍຂຶ້ນມາ?" ໂຊນໄດ້ຕອບວ່າ,"ຂ້າພະເຈົ້າມີຄວາມທຸກຫນັກ, ເພາະຄົນຟີລິດສະຕິນກຳລັງມາເຮັດສົງຄາມກັບຂ້າພະເຈົ້າ, ແລະພຣະເຈົ້າໄດ້ປະຖິ້ມຂ້າພະເຈົ້າໄປເສຍແລ້ວ ແລະບໍ່ໄດ້ຕອບຂ້າພະເຈົ້າອີກເລີຍ, ບໍ່ວ່າໂດຍພວກຜູ້ປະກາດພຣະຄຳ, ຫລືໂດຍທາງຄວາມຝັນ. ເພາະສະນັ້ນຂ້າພະເຈົ້າຈຶ່ງໄດ້ເອີ້ນທ່ານຂຶ້ນມາ, ເພື່ອທ່ານຈະໄດ້ແຈ້ງຂ້າພະເຈົ້າວ່າ, ຂ້າພະເຈົ້າຈະເຮັດຢ່າງໃດດີ."

1
28/16.txt Normal file
View File

@ -0,0 +1 @@
\v 16 ຊາມູເອນໄດ້ກ່າວວ່າ,"ແລ້ວເຮັດຫຍັງທ່ານຕ້ອງມາຖາມຂ້າພະເຈົ້າ, ໃນເມື່ອພຣະຢາເວໄດ້ຫນີໄປຈາກທ່ານແລ້ວ, ແລະພຣະອົງໄດ້ມອບທ່ານໄວ້ໃນມືຂອງຜູ້ເປັນສັດຕຣູຂອງທ່ານ? \v 17 ພຣະຢາເວໄດ້ກະທຳແກ່ທ່ານດັ່ງທີ່ພຣະອົງໄດ້ກ່າວແລ້ວນັ້ນ. ພຣະຢາເວໄດ້ຍຶດເອົາອານາຈັກນັ້ນໄປຈາກທ່ານ ແລະພຣະອົງໄດ້ມອບໃຫ້ແກ່ຄົນອຶ່ນ—ຄືດາວິດ.

1
28/18.txt Normal file
View File

@ -0,0 +1 @@
\v 18 ເພາະທ່ານບໍ່ໄດ້ເຊື່ອຟັງສຽງຂອງພຣະຢາເວ ແລະບໍ່ໄດ້ເຮັດຕາມຄວາມໂກດຮ້າຍຂອງພຣະອົງທີ່ມີຕໍ່ອາມາເຫລັກ, ພຣະອົງຈຶ່ງໄດ້ຊົງກະທຳສິ່ງນີ້ແກ່ທ່ານໃນວັນນີ້. \v 19 ຍິ່ງໄປກວ່ານັ້ນ, ພຣະຢາເວຈະມອບອິດສະຣາເອນພ້ອມທັງຕົວທ່ານ ໄວ້ໃນມືຂອງຄົນຟີລິດສະຕິນ. ມື້ອຶ່ນຕົວທ່ານແລະພ້ອມກັບລູກຊາຍທັງຫລາຍຂອງທ່ານຈະຢູ່ກັບເຮົາ. ພຣະຢາເວຈະມອບກອງທັບອິດສະຣາເອນໄວ້ໃນມືຂອງຄົນຟີລິດສະຕິນ."

1
28/20.txt Normal file
View File

@ -0,0 +1 @@
\v 20 ແລ້ວໂຊນກໍໄດ້ຫລົ້ມລົງຢຽດຕົວຍາວ ເທິງພື້ນດິນທັນທີ ແລະແຮ້ງຢ້ານກົວເພາະຖ້ອຍຄຳຂອງຊາມູເອນ. ບໍ່ມີກຳລັງເຫລືອຢູ່ໃນພະອົງ, ເພາະພະອົງບໍ່ໄດ້ຮັບປະທານອາຫານຕະຫລອດທັງວັນນັ້ນ, ຕະຫລອດຄືນນັ້ນຫມົດຄືນ. \v 21 ຍິງນັ້ນກໍໄດ້ເຂົ້າມາຫາໂຊນ ແລະເມື່ອນາງເຫັນວ່າພະອົງຫຍຸ້ງຍາກໃຈຫລາຍ, ນາງຈຶ່ງໄດ້ເວົ້າວ່າ,"ເບິ່ງແມ, ສາວໃຊ້ຂອງພະອົງໄດ້ສຽງຂອງພະອົງ; ຂ້ານ້ອຍໄດ້ຍອມສ່ຽງຊີວິດ ແລະຍອມຟັງຖ້ອຍຄຳຂອງພະອົງໄດ້ເວົ້າກັບຂ້ານ້ອຍ.

1
28/22.txt Normal file
View File

@ -0,0 +1 @@
\v 22 ເພາະສະນັ້ນບັດນີ້, ຈົ່ງຟັງຄຳຮ້ອງຂໍຂອງສາວໃຊ້ຂອງພະອົງແດ່ຖ້ອນ, ແລະຂໍໃຫ້ຂ້ານ້ອຍຈັດຕຽມອາຫານເຫລັກນ້ອຍຕໍ່ຫນ້າພະອົງ. ຂໍໃຫ້ກິນ ເພື່ອຈະມີພະກຳລັງເມື່ອພະອົງກັບຕາມທາງຂອງພະອົງ." \v 23 ແຕ່ໂຊນໄດ້ປະຕິເສດ ແລະໄດ້ກ່າວວ່າ,"ເຮົາຈະບໍ່ກິນ." ແຕ່ພວກຜູ້ຮັບໃຊ້ຂອງພະອົງ, ພ້ອມກັບຍິງຄົນນັ້ນ, ໄດ້ອ້ອນວອນພະອົງ, ແລະພະອົງກໍໄດ້ຟັງສຽງຂອງພວກເຂົາ. ພະອົງໄດ້ລຸກຂຶ້ນຈາກພື້ນດິນ ແລະໄດ້ນັ່ງເທິງຕຽງ.

1
28/24.txt Normal file
View File

@ -0,0 +1 @@
\v 24 ຍິງຄົນນັ້ນມີລູກຕຸ້ຍພີຢູ່ໃນເຮືອນຫນຶ່ງໂຕ; ນາງກໍໄດ້ຮີບຂ້າເສຍ; ນາງໄດ້ເອົາແປ້ງມານວດ, ໄດ້ປີ້ງເຮັດເຂົ້າຈີ່ ແລະໄດ້ເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ. \v 25 ນາງກໍໄດ້ນຳມາຖວາຍໃຫ້ໂຊນ ແລະພວກຜູ້ຮັບໃຊ້ຂອງພະອົງ, ແລະພວກເຂົາໄດ້ກິນ. ແລ້ວພວກເຂົາໄດ້ລຸກຂຶ້ນ ແລະກັບໄປໃນຕອນກາງຄືນ.

1
29/01.txt Normal file
View File

@ -0,0 +1 @@
\c 29 \v 1 ບັດນີ້ພວກຟີລິດສະຕິນໄດ້ຊຸມນຸມກອງທັບທັງປວງຂອງພວກເຂົາຢູ່ທີ່ເອເຟກ; ຄົນອິດສະຣາເອນກໍໄດ້ຕັ້ງຄ້າຍຢູ່ທີ່ນໍ້າພຸ ຊຶ່ງຢູ່ໃນຢິດສະເຣເອນ. \v 2 ບັນດາເຈົ້າຊາຍຂອງຄົນຟີລິດສະຕິນໄດ້ຍ່າງຜ່ານໄປຕາມກອງຮ້ອຍແລະຕາມກອງພັນ; ດາວິດແລະຄົນຂອງລາວກໍຜ່ານໄປກອງລະວັງຫລັງກັບອາກິເຊ.

1
29/03.txt Normal file
View File

@ -0,0 +1 @@
\v 3 ແລ້ວບັນດາເຈົ້ານາຍຂອງຄົນຟີລິດສະຕິນໄດ້ກ່າວວ່າ,"ພວກເຮັບເຣີເຫລົ່ານີ້ມາເຮັດຫຍັງຢູ່ບ່ອນນີ້?" ອາກີເຊກໍໄດ້ເວົ້າກັບພວກເຈົ້າຊາຍຄົນຟີລິດສະຕິນວ່າ,"ນີ້ບໍ່ແມ່ນດາວິດ, ຜູ້ຮັບໃຊ້ຂອງໂຊນຫລື, ລາວຢູ່ກັບຂ້ອຍມາຫລາຍວັນ, ຫລືຫລາຍປີແລ້ວ, ແລະຂ້ອຍຍັງບໍ່ເຄີຍພົບຄວາມຜິດໃນຕົວຂອງລາວເລີຍ ນັບຕັ້ງແຕ່ວັນທີລາວຫນີມາຫາເຮົາຈົນເຖິງວັນນີ້?"

1
29/04.txt Normal file
View File

@ -0,0 +1 @@
\v 4 ແຕ່ພວກເຈົ້າຊາຍຂອງຄົນຟີລິດສະຕິນກໍໄດ້ໂກດຮ້າຍຕໍ່ພະອົງ; ພວກເຂົາໄດ້ເວົ້າກັບພະອົງວ່າ,"ຂໍສົ່ງຊາຍຄົນນັ້ນໄປໃຫ້ພົ້ນ, ເພື່ອໃຫ້ລາວກັບໄປຢູ່ທີ່ບ່ອນພະອົງໄດ້ປະທານໃຫ້ລາວສາ; ຢ່າໃຫ້ລາວລົງໄປສະຫນາມຮົບກັບພວກເຮົາເລີຍ, ເພື່ອວ່າທີ່ລາວຈະບໍ່ໄດ້ກາຍເປັນສັດຕຣູຂອງພວກເຮົາໃນສະຫນາມຮົບ. ເພາະວ່າຊາຍຄົນນີ້ຈະຄືນດີກັບເຈົ້ານາຍຂອງລາວໄດ້ຢ່າງໃດ? ບໍ່ແມ່ນຍ້ອນຫົວຂອງຄົນຂອງພວກເຮົາຫລື?

1
29/05.txt Normal file
View File

@ -0,0 +1 @@
\v 5 ຄົນນີ້ບໍ່ແມ່ນດາວິດຜູ້ຊຶ່ງພວກເຂົາຮ້ອງເພງເຕັ້ນລຳຕໍ່ກັນແລະກັນ, ກ່າວວ່າ,"ໂຊນຂ້າຄົນເປັນພັນໆ, ແລະດາວິດຂ້າຄົນເປັນຫນື້ນໆ'?"

1
29/06.txt Normal file
View File

@ -0,0 +1 @@
\v 6 ແລ້ວອາກິເຊຈຶ່ງໄດ້ເອີ້ນຕົວດາວິດມາ ແລະເວົ້າກັບລາວວ່າ,"ພຣະຢາເວຊົງພຣະຊົນຢູ່ແນ່ນອນສັນໃດ, ເຈົ້າໄດ້ປະຕິບັດຕົນເປັນຄົນດີມາແລ້ວ, ແລະການທີ່ເຈົ້າອອກໄປ ແລະກັບການເຂົ້າມາຂອງເຈົ້າກັບຂ້ອຍໃນກອງທັບນັ້ນດີໃນສາຍຕາຂອງຂ້ອຍ; ຂ້ອຍບໍ່ໄດ້ພົບຄວາມຜິດໃນເຈົ້າຕັ້ງແຕ່ວັນທີ່ເຈົ້າໄດ້ມາຢູ່ກັບຂ້ອຍຈົນເຖິງວັນນີ້. ຢ່າງໃດກໍຕາມພວກເຈົ້າຊາຍທັງຫລາຍບໍ່ໄດ້ມັກເຈົ້າເລີຍ. \v 7 ດັ່ງນັ້ນບັດນີ້ຈົ່ງກັບໄປຢ່າງສັນຕິສຸກເຖິດ, ເພື່ອທີ່ເຈົ້າຈະບໍ່ເປັນທີ່ຂັດໃຈພວກເຈົ້າຊາຍຂອງຄົນຟີລິດສະຕິນ."

1
29/08.txt Normal file
View File

@ -0,0 +1 @@
\v 8 ດາວິດກໍໄດ້ເວົ້າກັບອາກີເຊວ່າ,"ແຕ່ຂ້ານ້ອຍໄດ້ເຮັດສິ່ງໃດຫລື? ພະອົງໄດ້ພົບສິ່ງໃດໃນຕົວຂອງຜູ້ຮັບໃຊ້ຂອງພະອົງ ຕັ້ງແຕ່ວັນທີ່ຂ້ານ້ອຍໄດ້ມາຢູ່ຕໍ່ຫນ້າຂອງພະອົງຈົນເຖິງວັນນີ້, ທີ່ຂ້ານ້ອຍອາດຈະບໍ່ໄປສູ້ຮົບກັບພວກສັດຕຣູຂອງເຈົ້ານາຍຂອງຂ້ານ້ອຍຄືກະສັດຫລື?" \v 9 ອາກີເຊກໍໄດ້ຕອບແລະກ່າວແກ່ດາວິດວ່າ,"ຂ້ອຍຮູ້ແລ້ວວ່າບໍ່ມີຂໍ້ຕຳຫນິໃນສາຍຕາຂອງຂ້ອຍເຊັ່ນດຽວກັນກັບເທວະດາຂອງພຣະເຈົ້າ; ຢ່າງໃດກໍຕາມ, ບັນດາເຈົ້າຊາຍຂອງຄົນຟີລິດສະຕິນໄດ້ກ່າວວ່າ,'ລາວຈະຕ້ອງບໍ່ຂຶ້ນໄປກັບພວກເຮົາໃນສົງຄາມ.'

1
29/10.txt Normal file
View File

@ -0,0 +1 @@
\v 10 ດັ່ງນັ້ນບັດນີ້ ຈົ່ງລຸກຂຶ້ນແຕ່ເຊົ້າໃນມື້ອຶ່ນພ້ອມກັບພັກພວກຄົນຮັບໃຊ້ຂອງນາຍຂອງຜູ້ທີ່ໄດ້ມາກັບເຈົ້າ; ທັນທີທີ່ພວກເຈົ້າລຸກຂຶ້ນແຕ່ເຊົ້າໆນັ້ນ ແລະພໍເມື່ອມີແສງ, ກໍຈົ່ງໄປເລີຍ." \v 11 ດັ່ງນັ້ນດາວິດຈຶ່ງໄດ້ລຸກຂຶ້ນຕັ້ງແຕ່ເຊົ້າມຶດ, ທັງຕົວລາວພ້ອມກັບພັກພວກຂອງລາວ, ເພື່ອອອກເດີນທາງໃນຕອນເຊົ້າ, ກັບໄປຍັງແຜ່ນດິນຂອງຄົນຟີລິດສະຕິນ. ແຕ່ຄົນຟີລິດສະຕິນໄດ້ຂຶ້ນໄປຍັງຢິດສະເຣເອນ.

1
30/01.txt Normal file
View File

@ -0,0 +1 @@
\c 30 \v 1 ແລ້ວສິ່ງນີ້ກໍໄດ້ເກີດຂຶ້ນ, ເມື່ອດາວິດແລະຄົນຂອງລາວໄດ້ມາເຖິງຊິກລັກໃນວັນທີ່ສາມ, ຄົນອາມາເຫລັກໄດ້ມາປຸ້ນເນແກບແລະຊິກລັກ. ພວກເຂົາໄດ້ໂຈມຕີຊິກລັກ, ໄດ້ເຜົາຊິກລາກເສຍ, \v 2 ແລະໄດ້ຈັບພວກຜູ້ຍິງກັບທຸກຄົນທີ່ຢູ່ໃນນັ້ນ, ທັງເດັກແລະຜູ້ໃຫຍ່. ພວກເຂົາບໍ່ໄດ້ຂ້າໃຜ, ແຕ່ໄດ້ກວາດຕ້ອນໄປຕາມທາງຂອງພວກເຂົາ

1
30/03.txt Normal file
View File

@ -0,0 +1 @@
\v 3 ເມື່ອດາວິດແລະພັກພວກຂອງລາວມາເຖິງເມືອງນັ້ນ, ເມືອງກໍໄດ້ຖຶກເຜົາໄປແລ້ວ, ແລະບັນດາພັນລະຍາຂອງພວກເຂົາ, ບັນດາລູກຊາຍຂອງພວກເຂົາ, ແລະບັນດາລູກສາວຂອງພວກເຂົາໄດ້ຖຶກຈັບໄປເປັນຊະເລີຍ. \v 4 ແລ້ວດາວິດແລະພວກປະຊາຊົນທີ່ໄດ້ຢູ່ກັບລາວໄດ້ຮ້ອງໄຫ້ຄວນຄາງ ແລະໄດ້ຮ້ອງໄຫ້ຈົນພວກເຂົາບໍ່ມີກຳລັງຈະຮ້ອງໄຫ້ອີກແລ້ວ.

1
30/05.txt Normal file
View File

@ -0,0 +1 @@
\v 5 ບັນດາເມຍທັງສອງດາວິດກໍໄດ້ຖຶກຈັບໄປເປັນຊະເລີຍ, ຄືອາຫິໂນອາມຄົນຢິດສະເຣເອນ, ແລະອາບີກາເອນພັນລະຍາຂອງນາບານຄົນຄາເມນ. \v 6 ດາວິດກໍໄດ້ເປັນທຸກຫນັກ, ເພາະພວກປະຊາຊົນໄດ້ເວົ້າກັນວ່າຈະຂວ້າງກ້ອນຫິນໃສ່ລາວໃຫ້ຕາຍ, ເພາະຈິດໃຈຂອງປະຊາຊົນທຸກຄົນຂົມຂື່ນ, ເລື່ອງພວກລູກຊາຍແລະລູກສາວຂອງພວກເຂົາແຕ່ລະຄົນ; ແຕ່ດາວິດໄດ້ເຂັ້ມແຂງຂຶ້ນໃນພຣະຢາເວ, ພຣະເຈົ້າຂອງລາວ.

1
30/07.txt Normal file
View File

@ -0,0 +1 @@
\v 7 ດາວິດຈຶ່ງໄດ້ເວົ້າກັບອາບີຢາທາ ປະໂລຫິດລູກຊາຍຂອງອາຫິເມເຫລັກວ່າ,"ຂ້າພະເຈົ້າຂໍອ້ອນວອນທ່ານ, ໂຜດນຳເສື້ອເອໂຟດມາທີ່ນີ້ມາໃຫ້ຂ້າພະເຈົ້າ." ອາບີຢາທາກໍໄດ້ນຳເອົາເສື້ອເອໂຟດມາໃຫ້ດາວິດ. \v 8 ດາວິດໄດ້ທູນຖາມພຣະຢາເວເພື່ອຂໍການຊົງນຳວ່າ,"ຖ້າຂ້ານ້ອຍຈະໄລ່ຕາມກອງທະຫານນີ້ໄປ, ຂ້ານ້ອຍຈະໄປທັນພວກເຂົາຫລືບໍ່?" ພຣະຢາເວໄດ້ຊົງຕອບລາວວ່າ," ຈົ່ງໄລ່ຕາມເຖີດ, ເພາະເຈົ້າຈະໄປທັນພວກເຂົາແນ່ນອນ, ແລະຈະຊ່ວຍກູ້ທຸກສິ່ງໄດ້ແນ່ນອນ."

1
30/09.txt Normal file
View File

@ -0,0 +1 @@
\v 9 ດັ່ງນັ້ນດາວິດກໍໄດ້ອອກໄປ, ທັງລາວພ້ອມກັບຜູ້ຊາຍຜູ້ທີ່ຢູ່ກັບລາວຫົກຮ້ອຍຄົນ; ພວກເຂົາໄດ້ມາເຖິງແມ່ນໍ້າເບໂສ, ບ່ອນທີ່ຄົນເຫລົ່ານັ້ນທີ່ຖຶກປະຖິ້ມໄວ້ຂ້າງຫລັງໄດ້ຢຸດຢູ່ທີ່ນັ້ນ. \v 10 ແຕ່ດາວິດກໍໄດ້ໄລ່ຕິດຕາມຕໍ່ໄປ, ທັງຕົວລາວແລະຜູ້ຊາຍສີ່ຮ້ອຍຄົນ; ສ່ວນຜູ້ຊາຍສອງຮ້ອຍຄົນພວກທີ່ອ່ອນເພີຍເກີນທີ່ຈະຂ້າມແມ່ນໍ້າເບໂສກໍຢຸດພັກຜ່ອນຢູ່.

1
30/11.txt Normal file
View File

@ -0,0 +1 @@
\v 11 ພວກເຂົາພົບຄົນເອຢິບຄົນຫນຶ່ງຢູ່ໃນທົ່ງນາ ແລະໄດ້ນຳຕົວລາວມາຫາດາວິດ; ພວກເຂົາໄດ້ໃຫ້ເຂົ້າຈີ່ແກ່ລາວ, ແລະລາວໄດ້ກິນ; ພວກເຂົາກໍໃຫ້ນໍ້າໃຫ້ລາວດື່ມ; \v 12 ແລະພວກເຂົາໃຫ້ເຂົ້າຫນົມຫມາກເດື່ອ ແລະລູກເກດສອງຖົງແກ່ລາວ. ເມື່ອລາວໄດ້ກິນແລ້ວ, ລາວກໍຟື້ນກຳລັງຂຶ້ນມາອີກເທື່ອຫນຶ່ງ, ເພາະວ່າລາວບໍ່ໄດ້ກິນເຂົ້າຈີ່ຫລືດື່ມນໍ້າມາສາມວັນສາມຄືນແລ້ວ.

1
30/13.txt Normal file
View File

@ -0,0 +1 @@
\v 13 ດາວິດໄດ້ຖາມລາວວ່າ,"ເຈົ້າເປັນຄົນຂອງໃຜ? ເຈົ້າມາຈາກໃສ? ລາວຕອບວ່າ,"ຂ້ານ້ອຍເປັນຄົນຫນຸ່ມແຫ່ງເອຢິບ, ຄົນໃຊ້ຂອງຄົນອາມາເຫລັກ; ເມື່ອສາມວັນມາແລ້ວນາຍຂອງຂ້ານ້ອຍໄດ້ປະຖິ້ມຂ້ານ້ອຍ ເພາະວ່າຂ້ານ້ອຍໄດ້ປ່ວຍມາສາມວັນແລ້ວ. \v 14 ພວກເຮົາໄດ້ມາປຸ້ນທີ່ເນແກບຂອງຄົນເຄເຕທີ, ແລະປຸ້ນສິ່ງຂອງໆຢູດາ, ແລະທີ່ເນແກບຂອງເຄເລັບ, ແລະພວກເຮົາໄດ້ເຜົາເມືອງຊິກລັກ."

1
30/15.txt Normal file
View File

@ -0,0 +1 @@
\v 15 ດາວິດໄດ້ກ່າວກັບລາວວ່າ,"ເຈົ້າຈະພາເຮົາລົງໄປເຖິງຫນ່ວຍປຸ້ນນີ້ໄດ້ຫລືບໍ່?" ຄົນເອຢິບໄດ້ຕອບວ່າ,"ຂໍປະຕິຍານແກ່ຂ້ານ້ອຍໃນພຣະນາມຂອງພຣະເຈົ້າວ່າຈະບໍ່ປະຫານຂ້ານ້ອຍ ຫລືຈະບໍ່ທໍລະຍົດໂດຍການມອບຂ້ານ້ອຍໄວ້ໃນມືຂອງນາຍຂອງຂ້ານ້ອຍ, ແລະຂ້ານ້ອຍຈຶ່ງຈະພາທ່ານໄປທີ່ຫນ່ວຍປຸ້ນນັ້ນ."

1
30/16.txt Normal file
View File

@ -0,0 +1 @@
\v 16 ເມື່ອຄົນເອຢິບໄດ້ພາດາວິດລົງໄປແລ້ວ, ກໍພົບພວກປຸ້ນກໍໄດ້ກະຈາຍກັນຢູ່ເຕັມທົ່ວພື້ນທີ່, ຕ່າງກິນແລະດື່ມແລເຕັ້ນລຳເພາະສິ່ງຂອງທີ່ປຸ້ນມາໄດ້ຢ່າງຫລວງຫລາຍ ຊຶ່ງພວກເຂົາເອົາມາຈາກແຜ່ນດິນຟີລິດສະຕິນ ແລະຈາກແຜ່ນດິນຢູດາ. \v 17 ດາວິດກໍໄດ້ຂ້າຟັນພວກເຂົາຕັ້ງແຕ່ຍາມຄໍ່າຄືນຈົນຮອດຕອນເຊົ້າວັນໃຫມ່. ບໍ່ມີຜູ້ຊາຍຄົນໃດຫນີລອດຈາກພວກເຂົາໄປໄດ້ຈັກຄົນເລີຍ, ຍົກເວັ້ນພວກຄົນຫນຸ່ມສີ່ຮ້ອຍຄົນຊຶ່ງໄດ້ຂີ່ອູດແລະຫນີໄປ.

1
30/18.txt Normal file
View File

@ -0,0 +1 @@
\v 18 ດາວິດໄດ້ກອບກູ້ເອົາສິ່ງຂອງທີ່ຄົນອາມາເຫລັກໄດ້ນຳໄປຄືນມາໄດ້ທັງຫມົດ; ແລະດາວິດກໍໄດ້ຊ່ວຍພັນລະຍາທັງສອງຂອງລາວມາໄດ້. \v 19 ບໍ່ມີສິ່ງໃດຂອງພວກເຂົາທີ່ຂາດໄປເລີຍ, ບໍ່ວ່າເລັກນ້ອຍຫລືໃຫຍ່, ບໍ່ວ່າພວກລູກຊາຍຫລືພວກລູກສາວ, ບໍ່ວ່າສິ່ງຂອງທີ່ຍຶດມາຫລືສິ່ງຂອງທີ່ຖຶກປຸ້ນໄປ, ຫລືສິ່ງໃດກໍຕາມທີ່ພວກເຂົາເຫລົ່ານັ້ນເອົາໄປເປັນຂອງພວກເຂົາ. ດາວິດໄດ້ຄືນມາທຸກສິ່ງ. \v 20 ດາວິດຍັງໄດ້ຍຶດຝູງສັດລ້ຽງທັງຫມົດ ແລະຝູງສັດຕ່າງໆ, ຊຶ່ງພວກເຂົາໄລ່ຕ້ອບໄປຂ້າງຫນ້າຝູງສັດອຶ່ນ. ພວກເຂົາກ່າວວ່າ,"ນີ້ເປັນສິ່ງທີ່ດາວິດຍຶດມາໄດ້."

1
30/21.txt Normal file
View File

@ -0,0 +1 @@
\v 21 ແລ້ວດາວິດກໍໄດ້ກັບມາເຖິງຜູ້ຊາຍສອງຮ້ອຍຄົນ ຜູ້ທີ່ອ່ອນເພຍເກີນທີ່ຈະຕິດຕາມລາວໄປ, ພວກເຫລົ່ານີ້ທີ່ພວກເຂົາໄດ້ໃຫ້ພັກຢູ່ທີແມ່ນໍ້າເບໂສ. ພວກເຂົາໄດ້ອອກໄປພົບດາວິດ ແລະພວກປະຊາຊົນທີ່ຢູ່ກັບລາວ. ເມື່ອດາວິດໄດ້ເຂົ້າມາໃກ້ປະຊາຊົນເຫລົ່ານີ້, ລາວກໍໄດ້ທັກທາຍພວກເຂົາ. \v 22 ແລ້ວຄົນຊົ່ວຮ້າຍແລະຄົນໄຮ້ຄ່າທັງຫມົດທີ່ຢູ່ທ່າມກາງຄົນເຫລົ່ານັ້ນທີ່ໄດ້ຕິດຕາມດາວິດໄປກ່າວວ່າ,"ເພາະພວກເຂົາບໍ່ໄປກັບພວກເຮົາ, ພວກເຮົາຈະບໍ່ໃຫ້ສິ່ງທີ່ເຮົາຍຶດມາໄດ້ແກ່ພວກເຂົາ. ນອກຈາກຜູ້ຊາຍແຕ່ລະຄົນກໍໄດ້ເອົາພັນລະຍາຂອງເຂົາ ແລະບັນດາລູກທັງຫລາຍຂອງເຂົາ, ໃຫ້ພວກເຂົາເອົາໄປໄດ້, ແລະໄປເສຍ."

1
30/23.txt Normal file
View File

@ -0,0 +1 @@
\v 23 ແລ້ວດາວິດກ່າວວ່າ,"ພີ່ນ້ອງຂອງຂ້ານ້ອຍເອີຍ, ພວກທ່ານຢ່າໄດ້ເຮັດຢ່າງນັ້ນກັບສິ່ງຊຶ່ງພຣະຢາເວໄດ້ມອບແກ່ພວກເຮົາ. ພຣະອົງຜູ້ໄດ້ຊົງພິທັກຮັກສາພວກເຮົາໄວ້ແລະໄດ້ມອບຫນ່ວຍປຸ້ນຊຶ່ງມາຕໍ່ສູ້ພວກເຮົາໄວ້ໃນມືຂອງພວກເຮົາ. \v 24 ໃຜແດ່ທີ່ຈະຟັງພວກທ່ານໃນເລື່ອງນີ້? ເພາະຄົນທີ່ລົງໄປໃນສົງຄາມໄດ້ຮັບສ່ວນແບ່ງຂອງພວກເຂົາຢ່າງໃດ, ຄົນທີ່ຢູ່ກັບກອງສຳພາລະ ກໍຈະໄດ້ຮັບສ່ວນແບ່ງແລະໄດ້ຮັບເຫມືອນກັນ." \v 25 ຕັ້ງແຕ່ນັ້ນເປັນຕົ້ນໄປຈົນເຖິງທຸກວັນນີ້, ສິ່ງທີ່ດາວິດໄດ້ຕັ້ງຂໍ້ນີ້ໃຫ້ເປັນກົດ ແລະຫລັກປະຕິບັດສຳລັບອິດສະຣາເອນ.

1
30/26.txt Normal file
View File

@ -0,0 +1 @@
\v 26 ເມື່ອດາວິດໄ້ດມາເຖິງຊິກລັກ, ລາວກໍໄດ້ສົ່ງສິ່ງຂອງທີ່ໄດ້ນັ້ນສ່ວນຫນຶ່ງໄປໃຫ້ພວກຜູ້ອາວຸໂສຂອງຢູດາ, ແລະໃຫ້ແກ່ພວກເພື່ອນຂອງລາວ, ກ່າວວ່າ,"ເບິ່ງແມ, ນີ້ເປັນສິ່ງຂອງສຳລັບພວກທ່ານຈາກສິ່ງຂອງທີ່ຍຶດມາຈາກພວກສັດຕຣູຂອງພຣະຢາເວ." \v 27 ລາວໄດ້ສົ່ງບາງສ່ວນໃຫ້ແກ່ຜູ້ອາວຸໂສທັງຫລາຍທີ່ໄດ້ຢູ່ໃນເບທູເອນ, ແລະຄົນເຫລົ່ານັ້ນທີ່ໄດ້ຢູ່ໃນຣາໂມດຕອນໃຕ້, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນຢາຕີ, \v 28 ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນອາໂຣເອ, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນສິບໂມນ, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນເອເທໂມອາ.

1
30/29.txt Normal file
View File

@ -0,0 +1 @@
\v 29 ລາວໄດ້ສົ່ງບາງສ່ວນໃຫ້ແກ່ພວກຜູ້ອາວຸໂສທີ່ໄດ້ຢູ່ໃນຣາຄານ, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ຢູ່ໃນບັນດາເມືອງຂອງຄົນເຢຣາເມເອນ, ແລະໃຫ້ແກ່ຄົນເຫລົ່ານັ້ນຜູ້ທີ່ໄດ້ຢູ່ໃນບັນດາເມືອງຂອງຄົນເຄໄນ້, \v 30 ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນໂຮເຣມາ, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນໂບຣາຊານ, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນອາທາດ, \v 31 ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນເຮັບໂຣນ, ແລະໃຫ້ແກ່ທຸກຄົນບ່ອນທີ່ດາວິດເອງກັບພວກເຂົາໄດ້ເຄີຍໄປ.

1
30/title.txt Normal file
View File

@ -0,0 +1 @@
ບົດທີ 30

1
31/01.txt Normal file
View File

@ -0,0 +1 @@
\c 31 \v 1 ບັດນີ້ຄົນຟີລິດສະຕິນໄດ້ຕໍ່ສູ້ກັບອິດສະຣາເອນ. ແລະຄົນອິດສະຣາເອນກໍໄດ້ຫນີຕໍ່ຫນ້າຄົນຟີລິດສະຕິນ ແລະໄດ້ຫລົ້ມຕາຍຢູ່ທີ່ເທິງພູເຂົາກີໂບອາ. \v 2 ຄົນຟີລິດສະຕິນກໍໄດ້ໄລ່ທັນໂຊນແລະພວກລູກຊາຍຂອງພະອົງ. ຄົນຟີລິດສະຕິນກໍໄດ້ຂ້າບັນດາລູກຊາຍຂອງໂຊນຄືໂຢນາທານ, ອາບີນາດັບ, ແລະມັກຄີຊູວາ. \v 3 ການສູ້ຮົບກໍຫນັກຫນ່ວງຕໍ່ໂຊນ, ແລະພວກນັກແມ້ນທະນູກໍໄດ້ໂຈມຕີໂຊນຢ່ງກະທັນຫັນ. ພະອົງໄດ້ຮັບບາດເຈັບສາຫັດເພາະພວກເຂົາ.

1
31/04.txt Normal file
View File

@ -0,0 +1 @@
\v 4 ແລ້ວໂຊນໄດ້ເວົ້າກັບຄົນຖືອາວຸດຂອງພະອົງວ່າ,"ຈົ່ງຊັກດາບຂອງເຈົ້າອອກ ແລະແທງຂ້ອຍເສຍໃຫ້ທະລຸ. ບໍ່ດັ່ງນັ້ນ, ຢ້ານວ່າພວກທີ່ບໍ່ໄດ້ເຂົ້າພິທີຕັດເຫລົ່ານີ້ຈະມາ ແລະເຮັດປ່າເຖື່ອນຕໍ່ຂ້ອຍ." ແຕ່ຜູ້ຖືອາວຸດຂອງພະອົງບໍ່ໄດ້ເຮັດຕາມ, ເພາະລາວຢ້ານກົວຫລາຍ. ດັ່ງນັ້ນໂຊນຈຶ່ງໄດ້ຈັບດາບຂອງພະອົງຂຶ້ນມາແລະຫລົ້ມທັບດາບນັ້ນ. \v 5 ເມື່ອຜູ້ຖືອາວຸດຂອງພະອົງໄດ້ເຫັນວ່າໂຊນຕາຍແລ້ວ, ລາວກໍໄດ້ຫລົ້ມທັບດາບຂອງລາວຕາຍຄືກັນກັບພະອົງ. \v 6 ດັ່ງນັ້ນໂຊນກໍໄດ້ຕາຍ, ລູກຊາຍສາມຄົນຂອງພະອົງ, ແລະຜູ້ຖືອາວຸດຂອງພະອົງ—ລວມທັງຄົນເຫລົ່ານີ້ທັງຫມົດ ກໍໄດ້ຕາຍໃນວັນດຽວກັນນັ້ນເອງ.

1
31/07.txt Normal file
View File

@ -0,0 +1 @@
\v 7 ເມື່ອປະຊາຊົນອິດສະຣາເອນຊຶ່ງຢູ່ອີກຝາກຫນຶ່ງຂອງພູເຂົາ, ແລະຄົນເຫລົ່ານັ້ນທີ່ຢູ່ຝັ່ງກົງກັນຂ້າມຂອງແມ່ນໍ້າຢໍແດນ, ໄດ້ເຫັນວ່າພວກຄົນອິດສະຣາເອນໄດ້ຫນີໄປ, ແລະໄດ້ເຫັນວ່າໂຊນກັບລູກຊາຍຂອງພະອົງໄດ້ຕາຍໄປແລ້ວ, ພວກເຂົາກໍໄດ້ປະຖິ້ມບັນດາເມືອງຕ່າງໆ ແລະໄດ້ຫນີໄປ, ແລະຄົນພີລິດສະຕິນໄດ້ເຂົ້າມາ ແລະໄດ້ອາໄສຢູ່ໃນເມືອງເຫລົ່ານັ້ນ. \v 8 ແລ້ວສິ່ງນີ້ກໍໄດ້ເກິດຂຶ້ນໃນວັນຕໍ່ມາ, ເມື່ອຄົນຟີລິດສະຕິນໄດ້ມາປົດສິ່ງຂອງຈາກຄົນທີຖຶກຂ້າຕາຍ, ກໍໄດ້ພົບສົບຂອງໂຊນແລະລູກຊາຍທັງສາມຄົນຢູ່ເທິງພູເຂົາກີໂບອາ.

1
31/09.txt Normal file
View File

@ -0,0 +1 @@
\v 9 ພວກເຂົາຈຶ່ງໄດ້ຕັດຫົວຂອງໂຊນ ແລະໄດ້ແກ້ເຄື່ອງອາວຸດຂອງພະອົງອອກ ແລະໄດ້ສົ່ງຜູ້ແຈ້ງຂ່າວໄປທົ່ວແຜ່ນດິນຟີລິດສະຕິນ ແລະໄດ້ແຈ້ງຂ່າວໄປຍັງວິຫານຮູບເຄົາລົບຂອງພວກເຂົາ ແລະໄປຍັງປະຊາຊົນດ້ວຍ. \v 10 ພວກເຂົາໄດ້ເອົາເຄື່ອງອາວຸດຂອງພະອົງໄປໄວ້ໃນວິຫານຂອງພະອັດໂທເລັດ, ແລະພວກເຂົາໄດ້ມັດສົບຂອງພະອົງໄວ້ກັບກຳແພງເມືອງເບຊານ.

1
31/11.txt Normal file
View File

@ -0,0 +1 @@
\v 11 ເມື່ອຄົນທີ່ອາໄສຢູ່ທີ່ເມືອຢາເບດກີເລອາດໄດ້ຍິນວ່າຄົນຟິລິດສະຕິນເຮັດຢ່າງນັ້ນກັບໂຊນ, \v 12 ຜູ້ຊາຍທີ່ເປັນນັກຮົບທຸກຄົນກໍໄດ້ລຸກຂຶ້ນ ແລະເດີນທາງຕະຫລອດຄືນ ແລະໄດ້ປົດສົບຂອງໂຊນ ແລະສົບຂອງລູກຊາຍທັງສາມຈາກກຳແພງເມືອງບາຊານ. ພວກເຂົາໄດ້ນຳມາທີ່ເມືອງຢາເບດ ແລະໄດ້ເຜົາສົບຢູ່ທີ່ນັ້ນ. \v 13 ແລ້ວພວກເຂົາໄດ້ເກັບກະດູກ ແລະໄດ້ໄປຝັງສົບຂອງໂຊນ ແລະລູກຊາຍຂອງພະອົງໄວ້ທີ່ໃຕ້ຕົ້ນສົນຫມອກໃນຢາເບດ, ແລະໄດ້ອົດອາຫານເປັນເວລາເຈັດວັນ.

View File

@ -96,7 +96,6 @@
"04-19",
"04-21",
"05-title",
"05-01",
"05-04",
"05-06",
"05-08",
@ -268,6 +267,203 @@
"27-title",
"28-title",
"29-title",
"31-title"
"31-title",
"01-12",
"07-03",
"08-08",
"10-17",
"12-10",
"12-22",
"15-22",
"15-26",
"16-01",
"17-25",
"17-26",
"17-28",
"17-31",
"17-34",
"17-36",
"17-37",
"17-39",
"17-41",
"17-44",
"17-46",
"17-48",
"17-50",
"17-52",
"17-55",
"17-57",
"18-01",
"18-03",
"18-05",
"18-06",
"18-08",
"18-10",
"18-13",
"18-15",
"18-17",
"18-19",
"18-20",
"18-22",
"18-23",
"18-25",
"18-27",
"18-30",
"19-01",
"19-04",
"19-06",
"19-08",
"19-10",
"19-12",
"19-14",
"19-16",
"19-18",
"19-21",
"19-23",
"20-01",
"20-03",
"20-04",
"20-06",
"20-08",
"20-10",
"20-12",
"20-14",
"20-17",
"20-20",
"20-22",
"20-24",
"20-26",
"20-28",
"20-30",
"20-32",
"20-35",
"20-38",
"20-41",
"21-01",
"21-03",
"21-05",
"21-07",
"21-08",
"21-10",
"21-12",
"21-14",
"22-01",
"22-03",
"22-06",
"22-07",
"22-09",
"22-11",
"22-14",
"22-16",
"22-18",
"22-20",
"22-22",
"23-01",
"23-03",
"23-05",
"23-07",
"23-10",
"23-12",
"23-13",
"23-15",
"23-17",
"23-19",
"23-21",
"23-24",
"23-26",
"23-28",
"24-01",
"24-03",
"24-05",
"24-08",
"24-10",
"24-12",
"24-14",
"24-16",
"24-17",
"24-19",
"24-21",
"25-title",
"25-01",
"25-02",
"25-04",
"25-07",
"25-09",
"25-12",
"25-14",
"25-16",
"25-18",
"25-20",
"25-21",
"25-23",
"25-25",
"25-27",
"25-29",
"25-32",
"25-34",
"25-36",
"25-37",
"25-39",
"25-41",
"25-43",
"26-title",
"26-01",
"26-03",
"26-05",
"26-06",
"26-09",
"26-11",
"26-13",
"26-15",
"26-17",
"26-19",
"26-21",
"26-22",
"26-24",
"27-01",
"27-02",
"27-05",
"27-08",
"27-10",
"27-11",
"28-01",
"28-03",
"28-05",
"28-08",
"28-11",
"28-13",
"28-15",
"28-16",
"28-18",
"28-20",
"28-22",
"28-24",
"29-01",
"29-03",
"29-04",
"29-05",
"29-06",
"29-08",
"29-10",
"30-title",
"30-01",
"30-03",
"30-05",
"30-07",
"30-09",
"30-11",
"30-13",
"30-15",
"30-16",
"30-18",
"30-21",
"30-23",
"30-26",
"30-29",
"31-01",
"31-04",
"31-07",
"31-09",
"31-11"
]
}