2019-11-29 11:10:14 +00:00
|
|
|
\v 16 ແລ້ວພວກຍາມຂອງໂຊນທີ່ຢູ່ກີເບອາແຫ່ງເຜົ່າເບັນຢາມິນກໍໄດ້ເບິ່ງຢູ່; ເຫລົ່າທະຫານຂອງຄົນຟີລິດສະຕິນກໍແຕກກະຈັດກະຈາຍໄປ, ແລະ ພວກເຂົາກໍໄດ້ແລ່ນວຸ້ນວາຍໄປມາ. \v 17 ແລ້ວໂຊນຈຶ່ງສັ່ງແກ່ປະຊາຊົນທີ່ຢູ່ກັບພະອົງວ່າ, "ຈົ່ງນັບແລະເບິ່ງວ່າ ມີໃຜຫາຍໄປຈາກພວກເຮົາແດ່." ເມື່ອພວກເຂົາໄດ້ນັບເບິ່ງແລ້ວ, ໂຢນາທານ ແລະ ຜູ້ຖືອາວຸດຂອງທ່ານໄດ້ຫາຍໄປ.
|