\v 16 ຊາມູເອນໄດ້ກ່າວວ່າ, "ທ່ານຈະຖາມຫຍັງຂ້ານ້ອຍ, ໃນເມື່ອພຣະຢາເວໄດ້ຫນີໄປຈາກທ່ານແລ້ວ, ແລະພຣະອົງໄດ້ມອບທ່ານໄວ້ໃນມືຂອງຜູ້ເປັນສັດຕູຂອງທ່ານ? \v 17 ພຣະຢາເວໄດ້ຊົງກະທຳແກ່ທ່ານດັ່ງທີ່ພຣະອົງໄດ້ກ່າວແລ້ວນັ້ນ. ພຣະຢາເວໄດ້ຢືດເອົາອານາຈັກນັ້ນໄປຈາກທ່ານ ແລະພຣະອົງໄດ້ມອບໃຫ້ແກ່ຄົນອຶ່ນ—ຄືດາວິດ.