2019-12-18 05:39:27 +00:00
|
|
|
\v 2 ມີຊາຍຄົນຫນຶ່ງໃນມາໂອນ, ຜູ້ໄດ້ມີຊັບສົມບັດຫລາຍໃນຄາເມນ. ຊາຍຄົນນັ້ນເປັນຄົນຮັ່ງມີຫລາຍ. ລາວມີແກະສາມພັນໂຕແລະ ແບ້ຫນຶ່ງພັນໂຕ. ລາວກຳລັງຕັດຂົນແກະຂອງລາວຢູ່ທີ່ຄາເມນ. \v 3 ຊາຍຄົນນັ້ນຊື່ນາບານ, ແລະຊື່ເມຍຂອງລາວແມ່ນອາບີກາເອນ. ຜູ້ຍິງຄົນນີ້ເປັນຄົນສະຫລາດ ແລະ ຮູບຮ່າງງົດງາມຫລາຍ. ແຕ່ຊາຍຄົນນັ້ນເປັນຄົນຫົວແຂງ ແລະ ຊົ່ວຮ້າຍໃນການກະທຳຂອງລາວ. ລາວເປັນລູກຫລານຂອງເຊື້ອສາຍຂອງຄາເລັບ.
|