lo_1sa_text_ulb_l3/14/33.txt

1 line
1.3 KiB
Plaintext
Raw Permalink Normal View History

\v 33 ແລ້ວພວກເຂົາກໍໄປບອກໂຊນວ່າ, "ມາເຖີດ, ປະຊາຊົນກຳລັງເຮັດບາບຕໍ່ພຣະຢາເວ ໂດຍໄດ້ກິນອາຫານພ້ອມກັບເລືອດ." ໂຊນໄດ້ສັ່ງວ່າ, "ພວກເຈົ້າໄດ້ປະພຶດຢ່າງບໍ່ສັດຊື່ແລ້ວ. ບັດນີ້, ຈົ່ງກີ້ງກ້ອນຫີນໃຫຍ່ມາໃຫ້ເຮົາວັນນີ້." \v 34 ໂຊນໄດ້ເວົ້າອີກວ່າ, "ຈົ່ງອອກໄປທ່າມກາງປະຊາຊົນ ແລະ ບອກພວກເຂົາວ່າ, 'ຈົ່ງໃຫ້ທຸກຄົນນຳງົວຂອງລາວ ຫລື ແກະຂອງລາວມາຂ້າເສຍທີ່ນີ້, ແລ້ວກິນອາຫານ. ຢ່າເຮັດບາບຕໍ່ສູ້ພຣະຢາເວໂດຍກິນອາຫານພ້ອມກັບເລືອດ.'" ດັ່ງນັ້ນ ພວກປະຊາຊົນແຕ່ລະຄົນກໍໄດ້ນຳງົວຂອງຕົນມາ ພ້ອມພວກເຂົາໃນຄືນນັ້ນ ແລະ ໄດ້ຂ້າເສຍທີ່ນັ້ນ.