2019-12-22 14:56:33 +00:00
|
|
|
\v 8 ດັ່ງນັ້ນ ພວກເຂົາຈຶ່ງໄດ້ໃຊ້ຄົນໄປ ແລະ ໄດ້ເອີ້ນປະຊຸມພວກເຈົ້ານາຍທັງຫມົດຂອງຊາວຟີລິສະຕິນ; ພວກເຂົາເວົ້າກັນວ່າ, "ເຮົາຈະເຮັດຢ່າງໃດດີກັບຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິສະຣາເອນ?" ພວກເຂົາຕອບວ່າ, "ໃຫ້ເຮົາຍ້າຍຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິສະຣາເອນໄປທີ່ເມືອງກາດ." ດັ່ງນັ້ນ ພວກເຂົາຈຶ່ງຍ້າຍຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິສະຣາເອນໄປທີ່ນັ້ນ. \v 9 ແຕ່ພາຍຫລັງ ເມື່ອພວກເຂົາຍ້າຍຫີບວົນວຽນໄປ, ພຣະຫັດຂອງພຣະຢາເວກໍໄດ້ລົງໂທດເມືອງນັ້ນ, ເຮັດໃຫ້ເກີດຄວາມວຸ້ນວາຍຢ່າງໃຫຍ່ຫລວງ. ພຣະອົງໄດ້ທໍຣະມານຊາວເມືອງນັ້ນ, ທັງຜູ້ເລັກນ້ອຍ ແລະ ພວກເຈົ້ານາຍທັງຫລາຍ; ແລະຝີຕ່າງໆກໍໄດ້ແຕກເທິງຮ່າງກາຍຂອງພວກເຂົາ.
|