2019-12-22 14:50:33 +00:00
|
|
|
\c 5 \v 1 ບັດນີ້ ຊາວຟີລິສະຕິນໄດ້ຍຶດຫີບພັນທະສັນຍາຂອງພຣະເຈົ້າໄປ, ແລະພວກເຂົາໄດ້ນຳໄປຈາກເອເບເຊບາໄປຍັງອາສະໂດດ. \v 2 ຄົນຟີລິສະຕິນກໍໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າ, ເຂົ້າໄປໄວ້ໃນວິຫານຂອງພະດາໂກນ, ແລະວາງຫີບໄວ້ຂ້າງພະດາໂກນ. \v 3 ເມື່ອປະຊາຊົນຊາວອາສະໂດດ ຕື່ນແຕ່ເຊົ້າໃນວັນຕໍ່ມາ, ເບິ່ງແມ໋, ພະດາໂກນກໍໄດ້ລົ້ມລົງເຖິງພື້ນດິນຕໍ່ພຣະພັກພຣະຢາເວ. ສະນັ້ນ ພວກເຂົາໄດ້ເອົາພະດາໂກນ ແລະ ຕັ້ງຂຶ້ນໃນບ່ອນຂອງມັນອີກເທື່ອຫນຶ່ງ.
|