lo_1pe_tn_l3/02/01.txt

34 lines
5.6 KiB
Plaintext

[
{
"title": "ພຣະທັມຂໍ້ນີ້ເຊື່ອມຕໍ່ມາຈາກເນື້ອຫາກ່ອນໜ້ານີ້",
"body": "ໃນພຣະທັມຂໍ້ນີ້ເປໂຕໄດ້ສັ່ງສອນຜູ້ອ່ານໃນເລື່ອງຂອງຄວາມບໍຣິສຸດແລະການເຊື່ອຟັງຕໍ່ຈາກເນື້ອຫາໃນບົດທີ່ຜ່ານມາ"
},
{
"title": "(ດັ່ງນັ້ນ) ທ່ານທັງຫລາຍຈົ່ງລະຖິ້ມຄວາມຊົ່ວຮ້າຍ ກົນອຸບາຍທຸກຢ່າງ ການໜ້າຊື່ໃຈຄົດ ຄວາມອິດສາ ແລະຄໍາເວົ້ານິນທາທັງໝົດ",
"body": "ການເຮັດບາບເຫລົ່ານີ້ຖືກເວົ້າເຖິງກັບວ່າເປັນສິ່ງຂອງທີ່ຜູ້ຄົນສາມາດໂຍນຖິ້ມໄປໄດ້ ສ່ວນຄໍາວ່າ \"ດັ່ງນັ້ນ\" ເປັນຄໍາເຊື່ອມທີ່ບົ່ງບອກວ່າເນື້ອຫາໃນພຣະທັມຂໍ້ນີ້ກ່ຽວຂ້ອງກັບເນື້ອຫາໃນຂໍ້ກ່ອນໜ້ານີ້ ດັ່ງນັ້ນຈຶ່ງສາມາດແປອີກຢ່າງໜຶ່ງວ່າ \"ສະນັ້ນຈົ່ງທໍາລາຍ\" ຫລື \"ສະນັ້ນຈົ່ງຢຸດ\" ກໍໄດ້ (ໃຫ້ເບິ່ງຢູ່: figs_metaphor)"
},
{
"title": "ເຊັ່ນດຽວກັນກັບເດັກນ້ອຍທີ່ເກີດໃໝ່ ຈົ່ງປາດຖະນາຫານໍ້ານົມຈິດວິນຍານອັນບໍຣິສຸດ",
"body": "ເປໂຕກໍາລັງເວົ້າເຖິງຜູ້ອ່ານຂອງເຂົາເໝືອນກັບວ່າເຂົາເປັນເດັກນ້ອຍເກີດໃໝ່ ເດັກນ້ອຍນັ້ນຕ້ອງໄດ້ຮັບອາຫານທີ່ບໍຣິສຸດແທ້ໆຊຶ່ງເປັນອາຫານທີ່ເດັກນ້ອຍສາມາດຍ່ອຍໄດ້ງ່າຍ ໃນທໍານອງດຽວກັນຜູ້ເຊື່ອກໍຕ້ອງໄດ້ຮັບຄໍາສອນບໍຣິສຸດຈາກພຣະຄໍາຂອງພຣະເຈົ້າ ດັ່ງນັ້ນຈຶ່ງສາມາດແປອີກຢ່າງໜຶ່ງໄດ້ວ່າ \"ເຊັ່ນດຽວກັນກັບເດັກນ້ອຍເກີດໃໝ່ທີ່ປາດຖະນານໍ້ານົມແມ່ສັນໃດ ທ່ານກໍຄວນສະແຫວງຫານໍ້ານົມຈິດວິນຍານອັນບໍຣິສຸດເຊັ່ນກັນ\" (ໃຫ້ເບິ່ງຢູ່: figs_metaphor)"
},
{
"title": "ປາດຖະນາ",
"body": "\"ປາດຖະນາຢ່າງແຮງກ້າ\" ຫລື \"ສະແຫວງຫາ\""
},
{
"title": "ນໍ້ານົມຈິດວັນຍານອັນບໍຣິສຸດ",
"body": "ເປໂຈເວົ້າເຖິງພຣະຄໍາຂອງພຣະເຈົ້າເໝືອນກັບວ່າເປັນນໍ້ານົມຝ່າຍຈິດວິນຍານຊຶ່ງຫລໍ່ລ້ຽງເດັກນ້ອຍ"
},
{
"title": "ທ່ານທັງຫລາຍເຕີບໃຫຍ່ຂຶ້ນໂດຍຄວາມລອດພົ້ນ",
"body": "ຄໍາວ່າ \"ຄວາມລອດ\" ໃນທີ່ນີ້ໝາຍເຖິງເວລາທີ່ພຣະຜູ້ເປັນເຈົ້າຈະເຮັດໃຫ້ຄວາມລອດຂອງມະນຸດສໍາເລັດເມື່ອພຣະເຢຊູຄຣິດສະເດັດກັບມາ ໃນການແປສາມາດໃຊ້ຄໍາກິລິຍາໄດ້ ດັ່ງນັ້ນຈຶ່ງສາມາດແປອີກຢ່າງໜຶ່ງໄດ້ວ່າ \"ຈົ່ງເຕີບໃຫຍ່ຂຶ້ນຝ່າຍຈິດວິນຍານຈົນກວ່າພຣະຜູ້ເປັນເຈົ້າຈະຊົງກູ້ທ່ານໄດ້ສໍາເລັດ\" (ໃຫ້ເບິ່ງຢູ່: figs_abstractnouns และ figs_explicit)"
},
{
"title": "ເຕີບໃຫຍ່",
"body": "ເປໂຕໝາຍເຖິງການທີ່ຜູ້ເຊື່ອນັ້ນຈະມີຄວາມຮູ້ໃນພຣະເຈົ້າແລະສັດຊື່ໃນພຣະອົງຫລາຍຂຶ້ນເໝືອນກັບວ່າພວກເຂົານັ້ນເປັຍເດັກນ້ອຍທີ່ຈຕ້ອງເຕີບໃຫຍ່ຂຶ້ນ\n(ໃຫ້ເບິ່ງຢູ່: figs_metaphor)"
},
{
"title": "ຖ້າທ່ານໄດ້ຊິມເບິ່ງຮູ້ແລ້ວວ່າອົງພຣະຜູ້ເປັນເຈົ້າປະກອບດ້ວຍພຣະກະຣຸນາ",
"body": "ໃນທີ່ນີ້ຄໍາວ່າ\"ຊິມ\" ໝາຍເຖິງການມີປະສົບການບາງສິ່ງບາງຢ່າງເປັນສ່ວນຕົວ ດັ່ງນັ້ນຈຶ່ງສາມາດແປອີກຢ່າງໜຶ່ງໄດ້ວ່າ \" ຖ້າທ່ານໄດ້ມີປະສົບການແລະຮັບຮູ້ເຖິງພຣະກະຣຸນາຂອງອົງພຣະຜູ້ເປັນເຈົ້າທີ່ມີຕໍ່ທ່ານ\" (ໃຫ້ເບິ່ງຢູ່: figs_metaphor)"
}
]