lo_1pe_tn_l3/04/17.txt

34 lines
4.9 KiB
Plaintext

[
{
"title": "ຄອບຄົວຂອງພຣະເຈົ້າ",
"body": "ຄໍາເວົ້າດັ່ງກ່າວຫມາຍເຖິງບັນດາຜູ້ເຊື່ອ ເປໂຕກ່າວເຖິງຜູ້ເຊື່ອເຫມືອນກັບວ່າເປັນຄອບຄົວຂອງພຣະເຈົ້າ (ໃຫ້ເບິ່ງຢູ່: figs_metaphor)"
},
{
"title": "ຫາກຈະເລີ່ມຕົ້ນກັບເຮົາສິ່ງທີ່ຈະເປັນຜົນສໍາລັບຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຈົ້າຈະເປັນຢ່າງໃດ?",
"body": "ເປໂຕໃຊ້ຄໍາຖາມນີ້ເພື່ອເນັ້ນໃຫ້ຮູ້ວ່າ ການພິພາກສາຂອງພຣະເຈົ້າທີ່ມີຕໍ່ຜູ້ທີ່ປະຕິເສດຂ່າວປະເສີດນັ້ນ ຈະຫນັກາ\nຫນາກວ່າຄໍາພິພາກສາທີ່ມີຕໍ່ບັນດາຜູ້ເຊື່ອອີກ ແປໄດ້ອີກຢ່າງວ່າ \"(ຖ້າຫາກການພິພາກສາ)ເລີ່ມຕົ້ນທີ່ເຮົາແລ້ວ ຜົນ(ການພິພາກສາ)ຂອງຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຈະຫນັກກວ່ານັ້ນອີກ\" (ໃຫ້ເບິ່ງຢູ່: figs_rquestion)"
},
{
"title": "ຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດ",
"body": "\"ຜູ້ທີ່ບໍ່ໄດ້ເຊື່ອໃນຂ່າວປະເສີດຂອງພຣະເຈົ້າ\" ຄໍາວ່າ \"ເຊື່ອຟັງ\" ໃນທີ່ນີ້ຫມາຍເຖິງຄວາມເຊື່ອ"
},
{
"title": "ຄົນຊອບທໍາ...ແລ້ວ ຄົນອະທໍາແລະຄົນບາບຈະໄປຢູ່ບ່ອນໃດ",
"body": "ເປໂຕໄດ້ໃຊ້ຄໍາຖາມນີ້ເພື່ອເນັ້ນໃຫ້ຮູ້ວ່າຜູ້ທີ່ບໍ່ເຊື່ອນັ້ນຈະຕ້ອງທົນທຸກກວ່າບັນດາຜູ້ເຊື່ອຫລາຍເທົ່າໃດ ແປໄດ້ອີກຢ່າງວ່າ \"ຜູ້ຊອບທໍາ...ແຕ່ຜົນ(ການພິພາກສາ)ຈະໜັກກວ່ານັ້ນອີກສໍາລັບຄົນທີ່ບໍ່ເຊື່ອຟັງໃນຂ່າວປະເສີດຂອງພຣະເຈົ້າ\" (ໃຫ້ເບິ່ງຢູ່: figs_rquestion)"
},
{
"title": "ຄົນຊອບທໍາຈະລອດພົ້ນໄປໄດ້ຢ່າງຍາກ",
"body": "ຄໍາວ່າ \"ລອດພົ້ນ\" ຫມາຍເຖິງການຊ່ວຍໃຫ້ລອດພົ້ນເທື່ອສຸດທ້າຍເມື່ອພຣະເຢຊູຄຣິດສະເດັດກັບມາ ຄໍາວ່າ \"ຍາກ\" \nຫມາຍຄວາມວ່າຄວາມຍາກລໍາບາກຊຶ່ກ່ຽວຂ້ອງກັບການຊ່ວຍໃຫ້ລອດ ສາມາດແປໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ \"ຜູ້ຊອບທໍານັ້ນກໍປະສົບຄວາມຍາກລໍາບາກກ່ອນທີ່ພຣະເຈົ້າຈະຊົງຊ່ວຍກູ້ເຂົາ\" (ໃຫ້ເບິ່ງຢູ່: figs_activepassive)"
},
{
"title": "ຄົນອະທໍາແລະຄົນບາບ",
"body": "ຄໍາວ່າ \"ຄົນອະທໍາ\" ແລະ \"ຄົນບາບ\" ຫມາຍເຖິງສິ່ງດຽວກັນ ໃຊ້ເພື່ອເນັ້ນໃຫ້ເຫັນເຖິງຄວາມຊົ່ວຮ້າຍຂອງຄົນ ແປໄດ້ອີກຢ່າງວ່າ \"ຄົນບາບອະທໍາ\" (ໃຫ້ເບິ່ງຢູ່: figs_doublet)"
},
{
"title": "ມອບຝາກວິນຍານຂອງພວກເຂົາ",
"body": "ຄໍາວ່າ \"ວິນຍານ\" ໃນທີ່ນີ້ຫມາຍເຖິງຕົວບຸກຄົນ ແປໄດ້ອີກຢ່າງວ່າ \"ມອບຝາກຕົວຂອງພວກເຂົາເອງ\" ຫລື \"ມອບຝາກຊີວິດຂອງເຂົາ\" (ໃຫ້ເບິ່ງຢູ່: figs_synecdoche)"
},
{
"title": "ໃນການກະທໍາດີ",
"body": "ກະທໍາ** ໃນຂະນະທີ່ເຂົາທໍາຄວາມດີເຂົາກໍເຮັດເປັນນິໃນຢູ່ແລ້ວ (ໃຫ້ເບິ່ງຢູ່: figs_abstractnouns)"
}
]