lo_1pe_tn_l3/02/07.txt

30 lines
4.1 KiB
Plaintext

[
{
"title": "ຂໍ້ມູນເຊື່ອຕໍ່",
"body": "ເປໂຕໄດ້ກ່າວອ້າງເຖິງຂໍ້ພຣະທັມໃນພຣະຄໍາພີຈາກຂໍ້ທີ່ແລ້ວ"
},
{
"title": "ຫີນທີ່ຊ່າງກໍ່ໄດ້ປະຕິເສດນັ້ນໄດ້ກາຍມາເປັນສີລາເສົາເອກແລ້ວ",
"body": "ນີ້ເປັນຄໍາອຸປະມາຊຶ່ງຫມາຍເຖິງຜູ້ຄົນເຊັ່ນ ຊ່າງກໍ່ສ້າງໄດ້ປະຕິເສດພຣະເຢຊູ ແຕ່ພຣະເຈົ້າໄດ້ຍົກໃຫ້ພຣະອົງເປັນສີລາທີ່ມີຄວາມສໍາຄັນທີ່ສຸດໃນການສ້າງ(ໃຫ້ເບິ່ງຢູ່: figs_metaphor ແລະ figs_explicit)"
},
{
"title": "ຫີນທີ່ຊ່າງກໍ່ໄດ້ປະຕິເສດນັ້ນ",
"body": "ໃນພາສາອັງກິດໃຊ້ຄໍາທີ່ມີຄວາມຫມາຍຄື ປະທານທີ່ຖືກກະທໍາ \"the stone that was rejected by the builders\" ດັ່ງນັ້ນຈຶ່ງແປອີກຢ່າງຫນຶ່ງໄດ້ວ່າ \"ສີລາທີ່ຖືກປະຕິເສດໂດຍຊ່າງກໍ່\" (ໃຫ້ເບິ່ງຢູ່: figs_activepassive)"
},
{
"title": "ຫີນທີ່ເປັນເສົາເອກ",
"body": "ຫມາຍເຖິງສີລາຫລືກ້ອນຫີນທີ່ສໍາຄັນທີ່ສຸດທີ່ໃຊ້ໃນການກໍ່ສ້າງ ໂດຍທົ່ວໄປແລ້ວມີຄວາມຫມາຍເໝືອນກັບຄໍາວ່າ \"ສີຫີນເສົາເອກ\" ໃນບົດທີ 2 ຂໍ້ 6 (2:6)"
},
{
"title": "\"ເປັນຫີນທີ່ເຮັດໃຫ່ສະດຸດ ແລະເປັນກ້ອນຫີນທີ່ເຮັດໃຫ້ຂັດເຄືອງໃຈ\"",
"body": "ຄໍາເວົ້າສອງຄໍານັ້ນມີຄວາມຫມາຍຄ້າຍຄືກັນ ແຕ່ຜູ້ຂຽນນໍາມາໄວ້ໃນປະໂຫຍກດຽວກັນ ເພື່ອເນັ້ນໃຫ້ເຫັນວ່າຜູ້ຕົນຈະຮູ້ສຶກຂູ່ນເຄືອງໃຈ ຫລື ບໍ່ພໍໃຈຕໍ່ສີລາດັ່ງກ່າວຫລາຍພຽງໃດຊຶ່ງ \"ສີລາ\" ທີ່ວ່ານັ້ນກໍຄືພຣະເຢຊູຄຣິດນັ້ນເອງ ດັ່ງນັ້ນຈຶ່ງສາມາດແປໄດ້ອີກຢ່າງວ່າ \"ສີລາຫລືກ້ອນຫີນທີ່ຜູ້ຄົນສະດຸດ\" (ໃຫ້ເບິ່ງຢູ່: figs_explicit and figs_parallelism ແລະ figs_metaphor)"
},
{
"title": "ບໍ່ເຊື່ອຟັງພຣະຄຳ",
"body": "ຄໍາວ່າ \"ພຣະຄຳ\" ໃນທີ່ນີ້ຫມາຍເຖິງພຣະກິດຕິຄຸນ ຫລື ຂ່າວປະເສີດ ບໍ່ເຊື່ອຟັງຫມາຍເຖິງການບໍ່ເຊື່ອໃນຂ່າວປະເສີດ ດັ່ງນັ້ນຈຶ່ງສາມາດແປໄດ້ອີກຢ່າງຫນຶ່ງວ່າ \"ເພາະພວກເຂົາບໍ່ໄດ້ເຊື່ອໃນຂ່າວປະເສີດກ່ຽວກັບພຣະເຢຊູ\" (ໃຫ້ເບິ່ງຢູ່: figs_metonymy)"
},
{
"title": "ຕາມທີ່ເຂົາຖືກກໍານົດໄວ້ເຊັ່ນນັ້ນແລ້ວ",
"body": "ສາມາດແປໂດຍໃຊ້ປະໂຫຍກທີ່ມີຄວາມຫມາຍຄື (ປະທານເປັນຜູ້ກະທໍາຂອງປະໂຫຍກ) ດັ່ງນັ້ນຈຶ່ງສາມາດແປໄດ້ອີກຢ່າງວ່າ \"ຕາມທີ່ພຣະເຈົ້າຊົງກໍານົດໃຫ້ເຂົາເຊັ່ນນັ້ນ\" (ໃຫ້ເບິ່ງຢູ່: figs_activepassive)"
}
]