lo_1pe_tn_l3/05/05.txt

26 lines
3.1 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ",
"body": "ເປໂຕໄດ້ສັ່ງສອນໂດຍສະເພາະເຈາະຈົງໄປທີ່ຄົນໜຸ່ມສາວແລະຕໍ່ດ້ວຍບັນດາຜູ້ເຊື່ອ"
},
{
"title": "ໃນທໍານອງດຽວກັນທ່ານ",
"body": "ພຣະຄໍາຂໍ້ນີ້ອ້າງອິງໄປເຖິງການທີ່ຜູ້ອາວຸໂສຄວນເຊື່ອຟັງຫົວຫນ້າຜູ້ລ້ຽງແກະໃນ 5:1"
},
{
"title": "ທ່ານທຸກຄົນ\n",
"body": "ຫມາຍເຖິງບັນດາຜູ້ເຊື່ອທຸກຄົນບໍ່ແມ່ນແຕ່ສະເພາະຄົນຫນຸ່ມມສາວເທົ່ານັ້ນ"
},
{
"title": "ຄາດແອວໄວ້ດ້ວຍຄວາມຖ່ອມ",
"body": "ເປໂຕໄດ້ປຽບທຽບວ່າການມີຄວາມຖ່ອມໃຈຊຶ່ງຄຸນລັກສະນະທາງສິນລະທໍານັ້ນເປັນເຫນືອນກັບການສວມເສື້ອຜ້າ ແປໄດ້ອີກຢ່າງວ່າ \"ກະທໍາຕໍ່ກັນແລະກັນດ້ວຍຄວາມຖ່ອມໃຈ\" ຫລື \"ກະທໍາດ້ວຍຄວາມຖ່ອມໃຈ\" (ໃຫ້ເບິ່ງຢູ່: figs_metaphor)"
},
{
"title": "ພາຍໃຕ້ພຣະຫັດອັນຊົງຣິດຂອງພຣະເຈົ້າ",
"body": "ຄໍາວ່າ \"ພຣະຫັດ\" ຫມາຍເຖິງຣິດອໍານາດຂອງພຣະເຈົ້າໃນການຊ່ວຍຜູ້ທີ່ຖ່ອມແລະລົງໂທດຜູ້ທີ່ຍິ່ງຈອງຫອງ ແປໄດ້ອີກຢ່າງວ່າ \"ພາຍໃຂ້ຣິດອໍານາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ\" ຫລື \"ຕໍ່ພຣະພັກພຣະເຈົ້ານັ້ນ ໃຫ້ຮູ້ໄວ້ເຖິດວ່າພຣະອົງຊົງມີອໍານາດທີ່ຍິ່ງ\" (ຫ້ເບິ່ງຢູ່: figs_metonymy)"
},
{
"title": "ຈົ່ງລະຄວາມກະວົນກະວາຍຂອງທ່ານໄວ້ກັບພຣະອົງ",
"body": "ເປໂຕປຽບທຽບຄວາມກະວົນກະວາຍວ່າ ເປັນພາລະອັນຫນັກຫນ່ວງຊຶ່ງມະນຸດໄດ້ວາງໄວ້ກັບພຣະຜູ້ເປັນເຈົ້າແທນທີ່ຈະແບກພາລະນັ້ນໄວ້ກັບຕົວ ແປໄດ້ອີກຢ່າງວ່າ \"ວາງໃຈໃນພຣະອົງດ້ວຍການລະທຸກສິ່ງທີ່ທ່ານກັງວົນໄວ້ກັບພຣະອົງ\" ຫລື \"ໃຫ້ພຣະອົງຊົງຈັດການກັບທຸກສິ່ງທີ່ເຮັດໃຫ້ທ່ານກະວົນກະວາຍຢູ່ນັ້ນ\" (ໃຫ້ເບິ່ງຢູ່: figs_metaphor)"
}
]